ຕິດແທດກັບທະເລເພື່ອປົກປັກຮັກສາສິ່ງແວດລ້ອມທາງທະເລ
ທ້າຍເດືອນພຶດສະພາ 2025, ພາຍຫຼັງເດີນທະເລດ້ວຍໄລຍະທາງກວ່າ 600 ໄມທະເລ, ພວກຂ້າພະເຈົ້າພ້ອມກັບຄະນະກວດກາລະຫວ່າງຂະແໜງການລວມມີການນໍາຕໍາຫຼວດທະເລຫວຽດນາມ, ເຫຼົ່າທັບເຮືອ, ກໍາລັງກວດກາການປະມົງ ແລະການນຳຄະນະກຳມະການປະຊາຊົນບັນດາທ້ອງຖິ່ນແຄມຝັ່ງທະເລ ໄດ້ລົງກວດກາວຽກງານປະຕິບັດໜ້າທີ່ປົກປັກຮັກສາສິ່ງແວດລ້ອມນິເວດທາງທະເລແບບຍືນຍົງ ແລະຕ້ານການຂຸດຄົ້ນສິນໃນນໍ້າຜິດກົດໝາຍຢູ່່ເຂດທະເລທີ່ຕິດກັບທິດຕາເວັນຕົກສ່ຽງໃຕ້.
ຢູ່ເຫຼົ່າທັບເຮືອ, ທ່ານພັນເອກພິເສດ ຫວູແອງຕ໋ວນ, ຫົວໜ້າຫ້ອງການເມືອງເຫຼົ່າທັບເຮືອ ໃຫ້ຮູ້ວ່າ: ໃນຊຸມຜ່ານມາ, ເຫຼົ່າທັບເຮືອ ຍາມໃດກໍ່ເອົາໃຈໃສ່ເຖິງການເຊື່ອມຕໍ່ວຽກງານຄຸ້ມຄອງ, ປົກປັກຮັກສາຊັບພະຍາກອນ ແລະສິ່ງແວດລ້ອມທາງທະເລ, ໝູ່ເກາະດ້ວຍໜ້າທີ່ການເມືອງທີ່ສຳຄັນ. ຕາມນັ້ນແລ້ວ, ບັນດາອົງການ, ກົມກອງຂອງເຫຼົ່າທັບເຮືອໄດ້ຊາບຊືມແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ແລະກອງທັບກ່ຽວກັບການປົກປັກຮັກສາຊັບພະຍາກອນ ແລະສິ່ງແວດລ້ອມທາງທະເລ, ໝູ່ເກາະຢ່າງເລິກເຊິ່ງ. ແຕ່ລະປີ, ເຫຼົ່າທັບເຮືອ ໄດ້ຊີ້ນຳບັນດາອົງການ, ກົມກອງຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອຕອບສະໜອງວັນສິ່ງແວດລ້ອມໂລກ, ສັບປະດາທະເລ ແລະໝູ່ເກາະຫວຽດນາມ, ວັນມະຫາສະໝຸດໂລກ...
    |
 |
ພະນັກງານ, ນັກຮົບຕໍາຫຼວດທະເລເຂດ 1 ສົມທົບກັນທໍາຄວາມສະອາດຢູ່ຫາດຊາຍ ເກາະ ໂກໂຕ (ກວາງນິງ). ພາບ: qdnd.vn |
ທ່ານພັນເອກພິເສດ ຟານຢຸຍເກືອງ, ຮອງຜູ້ບັນຊາການຕໍາຫຼວດທະເລເຂດ 4, ຜູ້ຮັບຜິດຊອບການບັນຊາກໍາລັງປະຕິບັດໜ້າທີ່ຢູ່ເຂດທະເລທີ່ຕິດກັບທິດຕາເວັນຕົກສ່ຽງໃຕ້ໂດຍກົງ, ໃຫ້ຮູ້ວ່າ: ປະຕິບັດການຕັດສິນໃຈຂອງລັດຖະບານກ່ຽວກັບການຍົກເລີກ “ບັດເຫຼືອງ” ໃນການສົ່ງອອກສິນໃນນໍ້າຂອງຫວຽດນາມ ທີ່ຄະນະກໍາມະການເອີລົບ (EC) ນໍາໃຊ້, ໃນເກືອບ 4 ປີຜ່ານມາ, ຢູ່ເຂດທະເລທີ່ຕິດກັບທິດຕາເວັນຕົກສ່ຽງໃຕ້, ບັນດາກຳລັງກອງທັບ ຍາມໃດກໍ່ຮັບປະກັນຈຳນວນທະຫານ, ພາຫະນະປະຕິບັດໜ້າທີ່ຕະຫຼອດ 24 ຊົ່ວໂມງ. ເຖິງວ່າດິນຟ້າອາກາດຢູ່ທະເລມີການຜັນແປຢ່າງສັບສົນ, ຜິດປົກກະຕິກໍ່ຕາມ, ແຕ່ພະນັກງານ, ນັກຮົບຂອງບັນດາກົມກອງຍາມໃດກໍ່ຕິດແທດກັບພື້ນທີ່ຕົວຈິງຢ່າງແໜ້ນແຟ້ນ. ຍ້ອນມີການປ້ອງກັນ, ສັນຍານເຕືອນໄພຢ່າງທັນການຂອງບັນດາກໍາປັ່ນທະຫານເຮືອ, ຕໍາຫຼວດທະເລ, ກໍາລັງກວດກາການປະມົງ ແລະທະຫານລາດທີ່ປະຕິບັດໜ້າທີ່ຢູ່ທະເລ, ໃນໄລຍະຜ່ານມາ, ຈຳນວນກຳປັ່ນຫາປາທີ່ມີຄວາມສ່ຽງລະເມີດເສັ້ນທາງທະເລຕາເວັນຕົກສ່ຽງໃຕ້ ໄດ້ຫຼຸດລົງຫຼາຍ, ແລະຈຳນວນກຳປັ່ນຕ່າງປະເທດທີ່ລ່ວງລ້ຳເຂດທະເລຫວຽດນາມ ກໍ່ຫຼຸດລົງຫຼາຍສົມຄວນ. ໝາກຜົນດັ່ງກ່າວໄດ້ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ, ລະບົບນິເວດທະເລ, ຮັກສາສະພາບແວດລ້ອມສັນຕິພາບ ແລະທີ່ຕັ້ງ, ອິດທິພົນຊື່ສຽງຂອງປະເທດ, ຊາວຫວຽດນາມ ໃນເວທີສາກົນ.
ຢືນຢັນບົດບາດຫຼັກແຫຼ່ງ
ຕາມທ່ານພົນຈັດຕະວາ ຟ້າມວັນຕິ, ຮອງຫົວໜ້າກົມກູ້ຊີບ-ກູ້ໄພ (ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ) ແລ້ວ, ພຶດຕິກໍາຕົວຈິງໃນຊຸມປີຜ່ານມາ ໄດ້ຊີ້ໃຫ້ເຫັນວ່າ ການເຂົ້າຮ່ວມແກ້ໄຂມົນລະພິດສິ່ງແວດລ້ອມທາງທະເລ ແລະປະກົດການຫຍໍ້ທໍ້ຢູ່ທະເລແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນຂອງບັນດາກົມກອງກອງທັບ, ພິເສດແມ່ນບັນດາກົມກອງທີ່ຕັ້ງທັບໃນບໍລິເວນເຂດແຄມທະເລ, ໝູ່ເກາະ, ຮ້ານເວນຍາມ DK1. ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ໄດ້ກຳນົດເປົ້າໝາຍ, ໜ້າທີ່ສະເພາະ, ມອບໝາຍໃຫ້ບັນດາກົມກອງທີ່ກ່ຽວຂ້ອງເພື່ອປົກປັກຮັກສາແຫຼ່ງຊັບພະຍາກອນ, ສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະແກ້ໄຂບັນດາເຫດການສິ່ງແວດລ້ອມຢູ່ທະເລ, ໝູ່ເກາະຂອງຫວຽດນາມ; ເພີ່ມທະວີການສົມທົບກັນກັບບັນດາກະຊວງ, ຂະແໜງ, ຮັບມືກັບທຸກກໍລະນີ.
ຢືນຢັນບົດບາດຂອງກອງທັບໃນໜ້າທີ່ເຂົ້າຮ່ວມການປົກປັກຮັກສາສິ່ງແວດລ້ອມ, ແກ້ໄຂບັນດາເຫດການຢູ່ທະເລ, ທີ່ກອງປະຊຸມສຳມະນາດ້ວຍຫົວຂໍ້ “ລະດົມແຫຼ່ງກຳລັງ, ສ້າງທ່ວງທ່າບືນອອກສູ່ທະເລທີ່ກວ້າງໃຫຍ່” ໂດຍໜັງສືພິມກອງທັບປະຊາຊົນຫວຽດນາມ ຈັດຕັ້ງ, ທ່ານ ຮສຈ, ປອ ຫງວຽນຈຸໂຮ່ຍ, ປະທານສະມາຄົມປົກປັກຮັກສາສິ່ງແວດລ້ອມທະເລ, ຮອງປະທານຜູ້ປະຈໍາສະມາຄົມອາຊີບຫາປາຫວຽດນາມ ຢັ້ງຢືນວ່າ ກອງທັບເປັນກໍາລັງຫຼັກແຫຼ່ງໃນການຮັບມືກັບໄພທຳມະຊາດ, ໄພພິບັດສິ່ງແວດລ້ອມ, ກູ້ຊີບ-ກູ້ໄພ. ດ້ວຍບັນດາການກະທຳສະເພາະ, ພະນັກງານ, ນັກຮົບຂອງບັນດາກຳລັງປະກອບອາວຸດໄດ້ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາສະພາບແວດລ້ອມທະເລ, ໝູ່ເກາະຂອງຫວຽດນາມ, ຫຼຸດຜ່ອນຄວາມສ່ຽງຈາກມົນລະພິດ.
ດ້ວຍຊາຍຝັ່ງທະເລຍາວ 3.260 ກວ່າກິໂລແມັດ, ມີເກາະນ້ອຍໃຫຍ່ 3.000 ກວ່າແຫ່ງ, ເຂດທະເລຂອງຫວຽດນາມ ຖືວ່າອຸດົມສົມບູນດ້ວຍຊັບພະຍາກອນທຳມະຊາດ, ມີທີ່ຕັ້ງທາງເສດຖະກິດ ແລະພູມສາດການເມືອງທີ່ສຳຄັນໃນພາກພື້ນ ແລະໃນໂລກ. ຊັບພະຍາກອນສິ່ງແວດລ້ອມທາງທະເລ ແລະໝູ່ເກາະແມ່ນພື້ນຖານ ແລະແຫຼ່ງກໍາລັງສຳຄັນເພື່ອພັດທະນາປະເທດຊາດ. ທ່ານ ຮສຈ, ປອ ຫງວຽນຈຸໂຮ່ຍ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍບົດບາດຫຼັກແຫຼ່ງ, ບັນດາກົມກອງກອງທັບຈະສືບຕໍ່ເປັນເຈົ້າການ, ສົມທົບກັນກັບບັນດາສຳນັກງານ, ອົງການຈັດຕັ້ງສັງຄົມພາຍໃນ ແລະຕ່າງປະເທດເປັນຢ່າງດີໃນການຄຸ້ມຄອງ, ປ້ອງກັນ, ສະກັດກັ້ນ ແລະແກ້ໄຂບັນດາກໍລະນີ, ເຫດການທີ່ສົ່ງຜົນສະທ້ອນເຖິງສະພາບແວດລ້ອມທາງທະເລ. ປະກອບສ່ວນເສີມຂະຫຍາຍປະສິດທິຜົນ, ຍືນຍົງ ແລະ ປົກປັກຮັກສາຊັບພະຍາກອນ, ສິ່ງແວດລ້ອມທາງທະເລ, ອະນຸລັກຮັກສາຊີວະນາໆພັນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ສົ່ງຜົນກະທົບທີ່ບໍ່ດີຕໍ່ທະເລ, ໝູ່ເກາະຂອງປະເທດຊາດ...”.
ໂດຍ: ຈາງຫງວຽນ