ຫວຽດນາມ ແລະກໍາປູເຈຍ ເພີ່ມທະວີການຮ່ວມມືປົກປັກຮັກສາ, ຄຸ້ມຄອງຊາຍແດນ
ກປ.ອອນໄລ - ຕອນບ່າຍວັນທີ 12 ກຸມພາ, ຢູ່ນະຄອນໂຮ່ຈີມິນ ໄດ້ດໍາເນີນການພົບປະເຈລະຈາປະຈໍາປີລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມໃຫຍ່ອົບພະຍົບ (ລາຊະອານາຈັກກໍາປູເຈຍ).
ທ່ານພົນຕີ ເລດຶກຖາຍ ກໍາມະການສູນກາງພັກ, ຜູ້ບັນຊາການທະຫານຊາຍແດນຫວຽດນາມ ແລະທ່ານພົນເອກ Kirth Chantharith ຫົວໜ້າກົມໃຫຍ່ອົບພະຍົບ (ລາຊະອານາຈັກກໍາປູເຈຍ) ເປັນປະທານຮ່ວມການພົບປະເຈລະຈາ.
ທ່ານພົນຕີ ເລດຶກຖາຍ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບປະກັບຄະນະຜູ້ແທນກົມໃຫຍ່ອົບພະຍົບ ແລະພ້ອມກັບທ່ານພົນເອກ Kirth Chantharith ຕີລາຄາໝາກຜົນການຮ່ວມມື, ວາງອອກທິດທາງສົມທົບປະຕິບັດງານລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ.
    |
 |
ການນໍາກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມໃຫຍ່ອົບພະຍົບກໍາປູເຈຍ ແລກປ່ຽນບົດບັນທຶກລົງນາມໂຄງການສົມທົບກັນ. ພາບ: ດັງໄບ |
ຕາມນັ້ນແລ້ວ, ສອງຝ່າຍເຫັນດີເປັນເອກະພາບສູງຕໍ່ກັບບັນດາໝາກຜົນທີ່ບັນລຸໄດ້, ໃນນັ້ນຢັ້ງຢືນວ່າ: ການສົມທົບກັນລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມໃຫຍ່ອົບພະຍົບກໍາປູເຈຍ ໄດ້ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂໃຫ້ການເຄື່ອນໄຫວຈະລາຈອນຜ່ານດ່ານຊາຍແດນ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີຄວາມສາມັກຄີ, ມິດຕະພາບ, ຄວາມເຂົ້າໃຈລະຫວ່າງອໍານາດການປົກຄອງ, ປະຊາຊົນ ແລະກໍາລັງປົກປັກຮັກສາຊາຍແດນສອງປະເທດ.
    |
 |
ຜູ້ແທນສອງຄະນະ ເຂົ້າຮ່ວມການພົບປະເຈລະຈາ. ພາບ: ດັງໄບ. |
ພາຍຫຼັງຕີລາຄາໝາກຜົນໃນໄລຍະຜ່ານມາ, ເພື່ອໃຫ້ການພົວພັນສົມທົບປະຕິບັດງານລະຫວ່າງສອງຝ່າຍໃຫ້ນັບມື້ນັບຕິດພັນກັນ, ເຂົ້າສູ່ລວງເລິກ ແລະມີປະສິດທິຜົນ, ການນໍາສອງຄະນະໄດ້ເຫັນດີເປັນເອກະພາບບາງເນື້ອໃນຮ່ວມມືໂດຍພື້ນຖານໃນໄລຍະຈະມາເຖິງ: ເພີ່ມທະວີສົມທົບກັນຊຸກຍູ້ປະສິດທິຜົນການເຄື່ອນໄຫວຂອງລະບົບດ່ານສາກົນ, ຍູ້ແຮງການປະຕິຮູບລະບຽບການບໍລິຫານເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວນໍາເຂົ້າ-ສົ່ງອອກສິນຄ້າ, ການເຂົ້າອອກເມືອງຂອງປະຊາຊົນ, ພາຫະນະ; ຕັ້ງໜ້າແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງອາດຊະຍາກໍາປະເພດຕ່າງໆ; ສືບຕໍ່ສ້າງເງື່ອນໄຂໃຫ້ປະຊາຊົນຢູ່ສອງຟາກຊາຍແດນໄດ້ໄປມາຫາສູ່, ກວດປິ່ນປົວພະຍາດ, ຢ້ຽມຢາມຖາມຂ່າວຍາດຕິພີ່ນ້ອງ, ແລກປ່ຽນການຄ້າ; ຕັ້ງໜ້າເປັນເສນາທິການໃຫ້ອໍານາດການປົກຄອງຊຸກຍູ້ການພົວພັນພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນສອງຟາກຊາຍແດນ; ຍູ້ແຮງວຽກງານໂຄສະນາໃຫ້ປະຊາຊົນສອງຟາກຊາຍແດນປະຕິບັດບັນດາສັນຍາ, ກົດລະບຽບ, ຂໍ້ກໍານົດກົດໝາຍກ່ຽວກັບການຄຸ້ມຄອງຊາຍແດນຂອງແຕ່ລະປະເທດ...
ໂດຍ: ຈາງຫງວຽນ