leftcenterrightdel
ທ່ານພົນໂທ ຮວ່າງຊວນຈຽນ ພ້ອມກັບຄະນະປະຕິບັດງານມາກວດກາ ແລະມອບຂອງຂວັນໃຫ້ພະນັກງານ, ນັກຮົບທີ່ປ້ອມຄວບຄຸມຂອງຄ້າຍທະຫານຊາຍແດນບາວເລິມ. ພາບ: qdnd.vn

ຄະນະປະຕິບັດງານໄດ້ມາກວດກາວຽກງານກຽມພ້ອມສູ້ຮົບຢູ່ບັນດາເຂດ, ປ້ອມຄຸ້ມຄອງປົກປັກຮັກສາເຂດຊາຍແດນ, ປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ເຂດຊາຍແດນ ແລະບັນດາເສັ້ນທາງເຂົ້າ-ອອກ ເຂດຊາຍແດນແຂວງລ້າງເຊີນ. ທີ່ຄ້າຍທະຫານຊາຍແດນແທງລວ່າ ແລະບາວເລິມ, ພາຍຫຼັງຮັບຟັງລາຍງານໝາກຜົນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະວຽກງານກະກຽມຕ້ອນຮັບບຸນປີໃໝ່ປະຈໍາຊາດ 2023, ເວນຍາມກຽມພ້ອມສູ້ຮົບໃນໂອກາດບຸນເຕັດ, ທ່ານ ພົນໂທ ຮວ່າງຊວນຈຽນ ຊົມເຊີຍບັນດາໝາກຜົນ, ຜົນງານທີ່ບັນລຸໄດ້ຂອງສອງກົມກອງ ແລະຮຽກຮ້ອງພະນັກງານ, ນັກຮົບບັນດາກົມກອງປະຕິບັດການເວນຍາມກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ເປັນເຈົ້າການກໍາສະພາບການຈາກໄກ, ສົມທົບກັນກັບບັນດາກໍາລັງທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນເພື່ອຍົກສູງຈິດໃຈລະວັງຕົວ, ຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ. ການຈັດຕັ້ງບຸນເຕັດໃຫ້ທະຫານຕ້ອງຮັບປະກັນ ຄວາມປອດໄພ, ປະຢັດ, ລອບຄອບຖີ່ຖ້ວນ, ຮັບປະກັນຄວາມປອດໄພທາງຄົມມະນາຄົມ; ເອົາໃຈໃສ່ຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທີ່ປະສົບຄວາມຫຍຸ້ງຍາກໃນບໍລິເວນເຂດຊາຍແດນ.

ເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່ປະຈໍາຊາດ 2023, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ມອບຂອງຂວັນໃຫ້ພະນັກງານ, ນັກຮົບສອງຄ້າຍທະຫານຊາຍແດນ ແລະມອບຂອງຂວັນ 100 ພູດໃຫ້ບັນດາຄອບຄົວນະໂຍບາຍສອງຕາແສງແທງລວ່າ ແລະບາວເລິມ.

ໂດຍ: ຈາງຫງວຽນ