leftcenterrightdel
ຄະນະປະຕິບັດງານກອງບັນຊາການທະຫານເຮືອເຂດ 2 ມອບຂອງຂວັນ ແລະອວຍພອນບຸນເຕັດພະນັກງານ, ນັກຮົບກອງບັນຊາການທະຫານເມືອງ ໂກນດ໋າວ. ພາບ: qdnd.vn

ຕອນເຊົ້າວັນທີ 5 ມັງກອນ, ຄະນະປະຕິບັດງານກອງບັນຊາການທະຫານເຮືອເຂດ 2 ໄດ້ໄປຢ້ຽມຢາມ ແລະອວຍພອນບຸນເຕັດບັນດາອົງການ, ກົມກອງໃນບໍລິເວນເມືອງໂກນດ໋າວ, ແຂວງ ບ່າເຣ້ຍ-ຫວຸງເຕົ່າ, ຄື: ກອງບັນຊາການທະຫານເມືອງໂກນດ໋າວ; ຄ້າຍທະຫານຊາຍແດນ ໂກນດ໋າວ (ກອງບັນຊາການທະຫານຊາຍແດນແຂວງ ບ່າເຣ້ຍ-ຫວຸງເຕົ່າ); ສະຖານີຣາດາ 590 (ກອງພັນໃຫຍ່ 251, ທະຫານເຮືອເຂດ 2)... ຢູ່ບັນດາກົມກອງ, ຄະນະປະຕິບັດງານ ໄດ້ແລກປ່ຽນຂໍ້ມູນຂ່າວສານ, ມອບຂອງຂວັນ ແລະອວຍພອນໃຫ້ພະນັກງານ, ນັກຮົບ ແລະຄອບຄົວ ປີໃໝ່ຈົ່ງມີສຸຂະພາບແຂງແຮງດີ, ມີຄວາມຜາສຸກ, ປະສົບຜົນສຳເລັດຫຼາຍຢ່າງ; ຈັດຕັ້ງການລະຫຼິ້ນມ່ວນຊື່ນໃນລະດູບານໃໝ່, ຕ້ອນຮັບບຸນເຕັດຢ່າງອົບອຸ່ນ, ປອດໄພ, ປະຢັດ, ກຽມພ້ອມສູ້ຮົບ, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເລີດ...

ໂດຍ: ທະນາພອນ