ທະຫານເຮືອເຂດ 4 ໂຄສະນາກ່ຽວກັບທະເລໝູ່ເກາະໃຫ້ພະນັກງານ, ສະມາຊິກພັກ, ມະຫາຊົນ
ກປ.ອອນໄລ - ວັນທີ 30 ທັນວາ, ຢູ່ແຂວງນິງທ້ວນ, ກອງບັນຊາການທະຫານເຮືອເຂດ 4 ໄດ້ສົມທົບກັບຄະນະໂຄສະນາສຶກສາແຂວງ: ນິງທ້ວນ, ເລິມດົ່ງ, ແຄ໊ງຮວ່າ, ບິ່ງເຟືອກ ຈັດຕັ້ງກອງປະຊຸມປະເມີນຜົນວຽກງານສົມທົບກັນໂຄສະນາກ່ຽວກັບທະເລ, ໝູ່ເກາະ ປີ 2022.
ໃນຊຸມປີຜ່ານມາ, ວຽກງານໂຄສະນາໄດ້ຮັບການຍູ້ແຮງດ້ວຍຫຼາຍຮູບການທີ່ເໝາະສົມກັບແຕ່ລະເປົ້າໝາຍ; ເນື້ອໃນ, ແບບວິທີໂຄສະນາມີຄວາມອຸ ດົມສົມບູນ, ໂດຍສຸມໃສ່ເຫດການດ້ານການເມືອງຂອງພັກ, ລັດ. ທັດສະນະ, ແຜນນະໂຍບາຍຂອງຫວຽດນາມ ໃນການແກ້ໄຂບັນຫາກ່ຽວກັບທະເລໝູ່ເກາະ... ທະຫານເຮືອເຂດ 4 ໄດ້ສົມທົບກັບຄະນະໂຄສະນາສຶກສາຄະນະພັກແຂວງຕ່າງໆ ສະໜອງຂໍ້ມູນຂ່າວສານ ແລະຈັດຕັ້ງການໂຄສະນາໃຫ້ແກ່ພະນັກງານ, ສະມາຊິກພັກ, ມະຫາຊົນກວ່າ 60.000 ເທື່ອຄົນ.
    |
 |
ທ່ານພົນຈັດຕະວາ ໂງວັນທວນ, ຫົວໜ້າການເມືອງທະຫານເຮືອເຂດ 4 ມອບໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານໂຄສະນາກ່ຽວກັບທະເລໝູ່ເກາະ ໃນປີ 2022. ພາບ: qdnd.vn |
ບັນດາຜູ້ແທນໄດ້ປຶກສາຫາລື, ຖອດຖອນບົດຮຽນ, ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນ, ມາດຕະການ ຄວນສຸມໃສ່ປະຕິບັດໃນປີ 2023. ທະຫານເຮືອ ເຂດ 4 ແລະຄະນະໂຄສະນາສຶກສາ ຄະນະພັກແຂວງຕ່າງໆ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສ້າງແຜນການໂຄສະນາກ່ຽວກັບທະເລໝູ່ເກາະໃຫ້ລະອຽດ, ຕິດແທດກັບຕົວຈິງ, ຫຼາຍຮູບຫຼາຍແບບ, ເໝາະສົມກັບສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ, ອົງການ, ກົມກອງ...
ທີ່ກອງປະຊຸມ, ກອງບັນຊາການທະຫານເຮືອ ເຂດ 4 ໄດ້ມອບຂອງຂວັນ 10 ພູດ ໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ ຂອງແຂວງນິງທ້ວນ, ມອບໃບຍ້ອງຍໍໃຫ້ບຸກຄົນ ທີ່ມີຜົນງານດີເດັ່ນໃນວຽກງານໂຄສະນາກ່ຽວກັບທະເລໝູ່ເກາະ ໃນປີ 2022 ຢູ່ທ້ອງຖິ່ນ.
ໂດຍ: ທູຈາງ