ຄະນະປະຕິບັດງານຂອງທະຫານຊາຍແດນແຂວງຮ່າຕີ໊ງ ໄດ້ອວຍພອນ ແລະມອບຂອງຂວັນລວມມີ: ເຄື່ອງໃຊ້ທີ່ຈໍາເປັນ, ວັດຖຸອຸປະກອນການແພດ, ຈັກປັ່ນໄຟຟ້າໃຫ້ກອງຮ້ອຍຊາຍແດນ 252; ປ້ອມຕໍາຫຼວດນໍ້າສັກ; ກອງຮ້ອຍຊາຍແດນ 253 (ຂຶ້ນກັບແຂວງບໍລິຄໍາໄຊ) ແລະໝວດຊາຍແດນ 311 ຂຶ້ນກັບແຂວງຄໍາມ່ວນ, ປະເທດລາວ.

leftcenterrightdel
ຜູ້ຕາງໜ້າການນໍາຄ້າຍທະຫານຊາຍແດນບ້ານຢາງ ອວຍພອນໝວດຊາຍແດນ 311 (ລາວ). ພາບ: baohatinh.vn.

ຜູ້ຕາງໜ້າໃຫ້ບັນດາກົມກອງປ້ອງກັນຊາຍແດນຂອງລາວ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ອາລົມຈິດອັນດີງາມຂອງພະນັກງານ, ນັກຮົບທະຫານຊາຍແດນແຂວງຮ່າຕີ້ງ ທີ່ສະຫງວນໃຫ້ກົມກອງ; ພ້ອມທັງຕີລາຄາສູງຕໍ່ນໍ້າໃຈໄມຕີຈິດມິດຕະພາບທີ່ສະໜິດແໜ້ນ, ການຊ່ວຍເຫຼືອ ເຊິ່ງກັນ ແລະກັນ ໃນທຸກໜ້າວຽກງານລະຫວ່າງສອງຝ່າຍ,  ຜ່ານນັ້ນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ ໃຫ້ຍິ່ງໆຂຶ້ນ.

leftcenterrightdel
ຕາງໜ້າການນໍາຄ້າຍທະຫານຊາຍແດນເຊີນຮົ່ງ ມອບຈັກປັ່ນໄຟຟ້າໃຫ້ກອງຮ້ອຍຊາຍແດນ 252 (ລາວ). ພາບ: baohatinh.vn.

ໃນໂອກາດນີ້, ບັນດາກົມກອງ ກໍ່ໄດ້ແລກປ່ຽນຂໍ້ມູນຂ່າວສານ, ສະພາບການຢູ່ເຂດຊາຍແດນ; ເຫັນດີເປັນເອກະພາບສືບຕໍ່ປະຕິບັດບົດບັນທຶກຊ່ວຍຈໍາທີ່ໄດ້ລົງນາມໃຫ້ເປັນຢ່າງດີ, ສ້າງເງື່ອນໄຂຊ່ວຍເຫຼືອກັນໃນການປະຕິບັດໜ້າທີ່, ປະກອບສ່ວນຕໍ່ສູ້ຕ້ານ ແລະສະກັດກັ້ນກົນອຸບາຍເລ່ລ່ຽມຂອງອິດທິກໍາລັງປໍລະປັກ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ.

ໂດຍ: ທູຈາງ