leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: qdnd.vn

ໃນລະຫວ່າງວັນທີ 1 ຫາວັນທີ 3 ຕຸລາ, ຢູ່ກຳປູເຈຍ ໄດ້ດໍາເນີນກອງປະຊຸມຄັ້ງທີ 37 ຂອງກຸ່ມປະຕິບັດງານຮ່ວມ ອາຊຽນ - ຈີນ ກ່ຽວກັບການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ  (DOC). ທີ່ກອງປະຊຸມນີ້, ອາຊຽນ ແລະຈີນ ໄດ້ດໍາເນີນການແລກປ່ຽນກ່ຽວກັບສະພາບຢູ່ທະເລຕາເວັນອອກ, ການປະຕິບັດ DOC ແລະ ກໍ່ສ້າງ COC, ຢືນຢັນຄວາມສຳຄັນຂອງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ; ເນັ້ນໜັກເຖິງຄວາມລະງັບໃຈ, ບໍ່ມີການກະທໍາເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ; ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ອາຊຽນ ແລະ ຈີນ ກໍ່ສະແດງຄວາມປາດຖະໜາຢາກປະຕິບັດສຳເລັດການກວດຄືນເອກະສານເຈລະຈາຮ່າງ COC ຮອບທີ 2 ໂດຍໄວ,  ຮັບຮອງເອົາ COC ທີ່ແທດຈິງ, ມີຜົນສັກສິດ ແລະສອດຄ່ອງກັບກົດໝາຍສາກົນໂດຍໄວ, ໃນນັ້ນມີ UNCLOS 1982, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຂອງພາກພື້ນ, ຊຸກຍູ້ການຮ່ວມມື ແລະສ້າງສະພາບແວດລ້ອມສະດວກໃຫ້ແກ່ການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ.

ໂດຍ: ທະນາພອນ