ເຂົ້າຮ່ວມການພົບປະເຈລະຈາ, ຝ່າຍແຂວງກວາງຈີ້, ມີສະຫາຍ ຮ່າສີ໊ດົ່ງ ຮອງປະທານຜູ້ປະຈໍາການຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະຊີ້ນຳວຽກງານຊາຍແດນແຂວງກວາງຈີ້. ສ່ວນຝ່າຍແຂວງສາລະວັນ, ມີສະຫາຍ ພູທົງ ຄຳມະນີວົງ ຮອງເຈົ້າແຂວງ, ຫົວໜ້າຄະນະຊີ້ນຳຊາຍແດນແຂວງສາລະວັນ ພ້ອມດ້ວຍສະມາຊິກຄະນະຊີ້ນຳຂອງສອງແຂວງ ກວາງຈີ້ ແລະສາລະວັນ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: baoquocte.vn

ທີ່ການພົບປະເຈລະຈາ, ຫົວໜ້າຄະນະຜູ້ແທນແຂວງ ກວາງຈີ້ ແລະ ສາລະວັນ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບໝາກຜົນການສົມທົບວຽກງານທີ່ກ່ຽວຂ້ອງເຖິງຊາຍແດນລະຫວ່າງສອງປະເທດໃນປີ 2021, ປຶກສາຫາລື ແລະສະເໜີແຜນການຮ່ວມມືໃນປີ 2022.

ບົນພື້ນຖານຜົນການປຶກສາຫາລື, ສອງຝ່າຍໄດ້ເຫັນດີເປັນເອກະພາບ  ແລະລົງນາມໃນບົດບັນທຶກຊ່ວຍຈໍາການພົບປະເຈລະຈາປະຈຳປີລະຫວ່າງແຂວງກວາງຈີ້ ແລະແຂວງສາລະວັນ ດ້ວຍ 6 ເນື້ອໃນສຳຄັນ, ຄື: ແຂວງກວາງຈີ້ ແລະ ແຂວງສາລະວັນ ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ປະຊາຊົນສອງຟາກຊາຍແດນເຂົ້າໃຈຂໍ້ກຳນົດກົດລະບຽບຂອງແຕ່ລະປະເທດ.

ສອງຝ່າຍເຫັນດີເປັນເອກະພາບຊີ້ນຳບັນດາພະແນກ, ຄະນະ, ຂະແໜງການ ແລະທ້ອງຖິ່ນທີ່ກ່ຽວຂ້ອງສ້າງເງື່ອນໄຂສະດວກໃນການອອກໜັງສືທີ່ກ່ຽວຂ້ອງສຳມະໂນຄົວ, ສັນຊາດ ແລະທີ່ຢູ່ອາໄສໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ ແລະສ້າງເງື່ອນໄຂສະດວກໃຫ້ແກ່ການຈົດທະບຽນສົມລົດຂອງປະຊາຊົນຢູ່ສອງຟາກຊາຍແດນ. ແຂວງສາລະວັນ  ເອົາໃຈໃສ່ໜູນຊ່ວຍ, ແນະນໍາ ແລະຊ່ວຍເຫຼືອປະຊາຊົນທີ່ຫາກໍ່ໄດ້ເຂົ້າສັນຊາດຈົດທະບຽນຢູ່ອາໄສຖາວອນ ແລະຈົດທະບຽນສຳມະໂນຄົວ ປະຕິບັດລະບອບ ແລະນະໂຍບາຍຕານຂໍ້ກໍານົດເປັນຢ່າງດີ ເພື່ອໃຫ້ປະຊາຊົນດຳລົງຊີວິດເປັນປົກກະຕິ ແລະເຊື່ອມຕົວງເຂົ້າກັບຊຸມຊົນໂດຍໄວ....

ໂດຍ: ທະນາພອນ