ປີ 2022 ການນຳຂັ້ນສູງຂອງສາມປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ໄດ້ກໍານົດວ່າແມ່ນ “ປີມິດຕະພາບຫວຽດນາມ - ກຳປູເຈຍ 2022; ກຳປູເຈຍ - ຫວຽດນາມ 2022” ແລະ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2022; ລາວ-ຫວຽດນາມ 2022".

ຂໍແນະນຳເຖິງເພື່ອນຜູ້ອ່ານບາງຮູບພາບ ກ່ຽວກັບການເຄື່ອນໄຫວສົມທົບກັນລະຫວ່າງທະຫານຊາຍແດນຫວຽດນາມ ແລະກໍາລັງປ້ອງກັນຊາຍແດນ ຂອງລາວ ແລະກຳປູເຈຍ.

leftcenterrightdel
ວັນທີ 11 ພຶດສະພາ 2022, ຢູ່ແຂວງໄຕນິງ, ທ່ານພົນຕີ ເລດຶກຖ໊າຍ, ຜູ້ບັນຊາການທະຫານຊາຍແດນຫວຽດນາມ ແລະທ່ານພົນເອກ Hun Manet, ຮອງຜູ້ບັນຊາການກອງທັບລາດຊະວົງ, ຜູ້ບັນຊາການທະຫານບົກ ກອງທັບລາດຊະວົງກຳປູເຈຍ ລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ແລະກອງບັນຊາການທະຫານບົກ ກອງທັບລາດຊະວົງກຳປູເຈຍ. ພາບ: ດັງໄບ
leftcenterrightdel
ຄ້າຍທະຫານຊາຍແດນເມືອງເລ່ວ, ທະຫານຊາຍແດນແຂວງເຊີນລາ ແລະກອງຮ້ອຍທະຫານຊາຍແດນ 161, ກອງບັນຊາການທະຫານແຂວງຫຼວງພະບາງ, ປະເທດລາວ ຈັດຕັ້ງການລາດຕະເວນສອງຝ່າຍ. ພາບ: ຈຸກຮ່າ
leftcenterrightdel
ກອງບັນຊາການທະຫານຊາຍແດນກວາງຈີ້ ກໍ່ສ້າງເຮືອນພັກ ແລະກວດ, ປິ່ນປົວພະຍາດໃຫ້ສຸກສາລາບ້ານກາຕຸບ (ເມືອງເຊໂປນ, ແຂວງສາລະວັນ, ລາວ), ສ້າງຄວາມສະດວກໃຫ້ບັນດາແພດໝໍໃນການກວດ ແລະປິ່ນປົວພະຍາດໃຫ້ປະຊາຊົນໃນບໍລິເວນ. ພາບ: ຈຸກຮ່າ
leftcenterrightdel
ໃນລະຫວ່າງວັນທີ 1-29 ສິງຫາ 2022, ກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ຈັດຕັ້ງຊຸດຝຶກອົບຮົມດ້ານວິຊາການປ້ອງກັນຊາຍແດນ ໃຫ້ພະນັກງານ 20 ຄົນ ທີ່ຂຶ້ນກັບກອງບັນຊາການທະຫານແຂວງຄໍາມ່ວນ, ລາວ. ພາບ: ເລດຶກຈິ໊
leftcenterrightdel
ກອງຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນເລກ 6 ຂອງຫວຽດນາມ ແລະກອງຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນເລກ 1 ຂອງກຳປູເຈຍ ສົມທົບກັນວັດແທກ ແລະຕົກລົງບ່ອນປັກຫຼັກໝາຍຊາຍແດນລະຫວ່າງສອງປະເທດ. ພາບ: ເລກວັນ

ໂດຍ: ທະນາພອນ