ຕໍາຫຼວດທະເລ ເຂດ 2
ມອບຂອງຂວັນດ້ວຍມູນຄ່າເກືອບ 100 ລ້ານດົ່ງໃຫ້ແກ່ຊາວປະມົງ
ກປ.ອອນໄລ - ວັນທີ 9 ກັນຍາ, ທີ່ນະຄອນໂຮ້ຍອານ, ແຂວງກວ໋າງນາມ, ກອງບັນຊາການຕໍາຫຼວດທະເລ ເຂດ 2 ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ຈັດຕັ້ງລາຍການ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ”.
ໃນລາຍການ, ກອງບັນຊາການຕໍາຫຼວດທະເລ ເຂດ 2 ໄດ້ຈັດການກວດພະຍາດ, ແຈກຢາໂດຍບໍ່ເສຍຄ່າໃຫ້ແກ່ຊາວປະມົງ, ຜູ້ອາຍຸສູງ, ເປົ້າໝາຍນະໂຍບາຍເກືອບ 150 ຄົນ; ມອບທຸງຊາດ 1.500 ຜືນ ແລະຂອງຂວັນ 100 ພູດ ໃຫ້ແກ່ຊາວປະມົງປະສົບກັບຄວາມຫຍຸ້ງຍາກ ໃນບໍລິເວນ ຊາຍແດນທາງທະເລ ທີ່ຂຶ້ນກັບນະຄອນໂຮ້ຍອານ ດ້ວຍເງິນໜູນຊ່ວຍທັງໝົດແມ່ນເກືອບ 100 ລ້ານດົ່ງ.
    |
 |
ການນໍາຕໍາຫຼວດທະເລ ເຂດ 2 ມອບທຸງຊາດ ໃຫ້ແກ່ຊາວປະມົງ. ພາບ: ຕຸ່ງເລິມ |
    |
 |
ແພດທະຫານຕໍາຫຼວດທະເລ ເຂດ 2 ກວດພະຍາດ ໃຫ້ແກ່ຊາວປະມົງ. ພາບ: ຕຸ່ງເລິມ. |
ນອກຈາກນັ້ນ, ກອງບັນຊາການຕໍາຫຼວດທະເລ ເຂດ 2 ຍັງຈັດຕັ້ງການໂຄສະນາ ກົດໝາຍວ່າດ້ວຍທະເລ, ໝູ່ເກາະໃຫ້ຊາວປະມົງ; ກົດໝາຍວ່າດ້ວຍຕໍາຫຼວດທະເລຂອງຫວຽດນາມ; ພາລະບົດບາດ, ໜ້າທີ່, ມູນເຊື້ອຂອງກໍາລັງຕໍາຫຼວດທະເລ, ບັນດາຂໍ້ກໍານົດເມື່ອຂຸດຄົ້ນ, ຫາປາຢູ່ທະເລ; ພ້ອມທັງຂົນຂວາຍຊາວປະມົງ ຕ້ານການຂຸດຄົ້ນສິນທະເລຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກໍານົດ (IUU)...
ໂດຍ: ທູຈາງ