leftcenterrightdel
ທ່ານນາງ ຫວໍທິແອ໊ງຊວນ ຮອງປະທານປະເທດຫວຽດນາມ ມອບຂອງຂວັນໃຫ້ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ Se Re Pok. ພາບ: ຫງວຽນຫງອັກເລິນ.

ທີ່ການເຮັດວຽກ, ທ່ານນາງ ຫວໍທິແອ໊ງຊວນ ຍ້ອງຍໍຊົມເຊີຍທະຫານຊາຍແດນແຂວງດັກລັກ ເວົ້າລວມ ແລະຄ້າຍທະຫານຊາຍແດນ Se Re Pok ເວົ້າສະເພາະ ໄດ້ປະຕິບັດສຳເລັດໜ້າທີ່ ແລະເນັ້ນໜັກວ່າ: ໃນໄລຍະຈະມາເຖິງ, ທະຫານຊາຍແດນແຂວງດັກລັກ ສືບຕໍ່ກຳແໜ້ນສະພາບການຢູ່ເຂດຊາຍແດນ, ເປັນເສນາທິການໃຫ້ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ແລະຄະນະພັກ, ກອງບັນຊາການທະຫານຊາຍແດນ ມີບັນດາແຜນນະໂຍບາຍ, ວິທີທາງຮັບມືທີ່ແທດຈິງ, ມີປະສິດທິຜົນ; ຍູ້ແຮງວຽກງານພົວພັນຕ່າງປະເທດຢູ່ເຂດຊາຍແດນ ແລະວຽກງານຂີດເສັ້ນຊາຍແດນປັກຫຼັກໝາຍຊາຍແດນ; ເສີມຂະຫຍາຍບົດບາດຂອງປະຊາຊົນໃນການເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ການປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນກວ່າອີກ...

leftcenterrightdel
ທ່ານນາງ ຫວໍທິແອ໊ງຊວນ ຮອງປະທານປະເທດຫວຽດນາມ ແລະການນໍາ ແຂວງດັກລັກ ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກຢູ່ເມືອງບວນດົນ. ພາບ: ຫງວຽນຫງອັກເລິນ.

ໃນວັນດຽວກັນ, ທ່ານນາງ ຫວໍທິແອ໊ງຊວນ ໄດ້ລົງຢ້ຽມຢາມ ແລະມອບເຮືອນມະຫາສາມັກຄີ 10 ຫຼັງໃຫ້ເມືອງບວນດົນ, ແຂວງດັກລັກ, ມອບຂອງຂວັນ 50 ພູດ ໃຫ້ຄອບຄົວທຸກຍາກ ແລະ 200 ພູດ ໃຫ້ນັກຮຽນປະສົບກັບຄວາມຫຍຸ້ງຍາກ.

ໂດຍ: ເຈິ່ນຮວ່ຽນ