leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: nhandan.com.vn

ກອງປະຊຸມໄດ້ເຫັນດີເປັນເອກະພາບສືບຕໍ່ຊາບຊຶມຢ່າງເລິກເຊິ່ງ, ນໍາເນື້ອໃນຈິດໃຈ, ແນວທາງພົວພັນຕ່າງປະເທດຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແລະບັນດາເອກະສານນິຕິກໍາ, ຂໍ້ຕົກລົງສອງຝ່າຍທີ່ກ່ຽວຂ້ອງເຖິງວຽກງານຄຸ້ມຄອງຊາຍແດນເຂົ້າຊີວິດການເປັນຢູ່; ສືບຕໍ່ຜັນຂະຫຍາຍວຽກງານຄຸ້ມຄອງຊາຍແດນ ສໍາລັບ 84%  ເສັ້ນຊາຍແດນ ເຊິ່ງໄດ້ປະຕິບັດສໍາເລັດວຽກງານຂີດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນຢ່າງມີປະສິດທິຜົນ; ສຸມໃສ່ກໍາແໜ້ນເນື້ອໃນສໍາຄັນໃນການພົວພັນຫວຽດນາມ-ກໍາປູເຈຍ, ສະພາບການວຽກງານຄຸ້ມຄອງເສັ້ນຊາຍແດນ, ສະພາບຄວາມໝັ້ນຄົງ ແລະການພົວພັນຮ່ວມມື, ການແລກປ່ຽນການຄ້າ, ການພັດທະນາເສດຖະກິດ-ສັງຄົມ ຢູ່ເສັ້ນຊາຍແດນໃນເຂດດິນຕໍ່ແຜ່ນຂອງສອງປະເທດ; ກໍານົດຄວາມຮຽກຮ້ອງຕ້ອງການໃໝ່ທີ່ວາງອອກສໍາລັບອໍານາດການປົກຄອງ ແລະປະຊາຊົນຢູ່ຂັ້ນຮາກຖານ. ຈາກນັ້ນ, ຍົກອອກມາດຕະການຜັນຂະຫຍາຍວຽກງານຄຸ້ມຄອງຊາຍແດນ, ພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ, ປັບປຸງເສັ້ນຊາຍແດນໃນເຂດດິນຕໍ່ແຜ່ນ ຫວຽດນາມ-ກໍາປູເຈຍ ຢ່າງມີປະສິດທິຜົນ.

ໂດຍ: ທູຈາງ