ສ້າງທ່າຮົບໃນໃຈປະຊາຊົນເພື່ອພັດທະນາ

ແຂວງກອນຕູມມີ 13 ຕາແສງຕິດຈອດກັບຊາຍແດນດ້ວຍປະຊາກອນກວ່າ 65.000 ຄົນ, ທີ່ມາຈາກ 24 ຊົນເຜົ່າອ້າຍນ້ອງດຳລົງຊີວິດຢູ່ຮ່ວມກັນ 99 ໝູ່ບ້ານ, ສາມາດເວົ້າໄດ້ວ່າ ບໍລິເວນຊາຍແດນຂອງແຂວງກອນຕູມ ທັງກ້ວາງໃຫຍ່ທັງມີຄວາມຫຼາກຫຼາຍທາງດ້ານສີສັນວັດທະນະທຳ.

ໃນຊຸມປີມໍ່ໆມານີ້, ໂດຍໄດ້ຮັບຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ ແລະລັດ, ບໍລິເວນເຂດຊາຍແດນແຂວງກອນຕູມ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າໃນທຸກດ້ານ. ພື້ນຖານໂຄງລ່າງໄດ້ຮັບການລົງທຶນຢ່າງມີແບບມີແຜນ, ນະໂຍບາຍຮັບປະກັນຊີວິດສັງຄົມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ໂຄງການກໍ່ສ້າງຊົນນະບົດໃໝ່ມີການຂະຫຍາຍຕົວ, ຄວາມເຂັ້ມແຂງທາງດ້ານການເມືອງຢູ່ຂັ້ນຮາກຖານໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ ແລະຍົກສູງຂຶ້ນເທື່ອລະກ້າວ. ມາຮອດປະຈຸບັນ, ມີ 7/13 ຕາແສງທີ່ຕິດຈອດກັບຊາຍແດນ ໄດ້ບັນລຸມາດຖານຊົນນະບົດໃໝ່. ເຖິງຢ່າງໃດກໍຕາມ, ຕາແສງຊາຍແດນຂອງແຂວງກອນຕູມ ສ່ວນຫຼາຍມີຈຸດເລີ່ມຕົ້ນຕ່ຳ, ການຄົມມະນາຄົມຫຍຸ້ງຍາກ, ລະດັບການສຶກສາ ແລະຊີວິດການເປັນຢູ່ຂອງປະຊາຊົນຢັງຕ່ຳຢູ່; ຮີດຄອງປະເພນີຫຼ້າຫຼັງຍັງມີຢູ່ໃນການດໍາລົງຊີວິດຂອງຊຸມຊົນ. ຄຽງຂ້າງນັ້ນ, ສິ່ງທ້າທາຍຄວາມໝັ້ນຄົງທັງແບບເກົ່າ ແລະແບບໃໝ່ຍິ່ງນັບມື້ນັບສັບສົນຂຶ້ນເລື້ອຍໆ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການພັດທະນາຢູ່ບໍລິເວນຊາຍແດນທາງທິດເໜືອເຂດໄຕງວຽນ. ນີ້ແມ່ນສິ່ງກີດຂວາງໃນການກໍ່ສ້າງ ແລະປັບປຸງທ່າສະໜາມທ່ົວປວງຊົນປ້ອງກັນຊາຍແດນ.

leftcenterrightdel
ທ່ານພັນເອກພິເສດ ເລກວກຫວຽດ, ຜູ້ບັນຊາການ ກອງບັນຊາການທະຫານຊາຍແດນແຂວງກອນຕູມ ມອບງົວພັນໃຫ້ແກ່ປະຊາຊົນທີ່ທຸກຍາກຢູ່ເຂດຊາຍແດນ. ພາບ: bienphong.com.vn

ເພື່ອກໍ່ສ້າງທ່າຮົບໃນໃຈປະຊາຊົນຢ່າງໜັກແໜ້ນ, ກ່ອນອື່ນໝົດແມ່ນຕ້ອງເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງເຈົ້າກໍາຢູ່ເຂດຊາຍແດນໃຫ້ດີ. ໃນໄລຍະ 10 ປີຜ່ານມາ, ນອກຈາກການລົງທຶນເປັນປະຈໍາ ແລະພື້ນຖານຂອງພັກ, ລັດ, ທາງແຂວງກອນຕູມ ໄດ້ຜັນຂະຫຍາຍຫຼາຍນະໂຍບາຍ, ມາດຕະການແກ້ໄຂເພື່ອພັດທະນາ ເສດຖະກິດ-ສັງຄົມ, ຍົກສູງຄຸນນະພາບການດໍາລົງຊີວິດຂອງປະຊາຊົນເທື່ອລະກ້າວ, ພິເສດແມ່ນປະຊາຊົນຢູ່ເຂດຕິດຈອດກັບຊາຍແດນ. ຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ອົງການຈັດຕັ້ງມະຫາຊົນ, ກຳລັງປະກອບອາວຸດ, ອົງການ ແລະບຸກຄົນ ໄດ້ໜູນຊ່ວຍຄົນທຸກຍາກດ້ວຍການກະທຳຢ່າງລະອຽດ ແລະແທດຈິງ.

ໃນການປະຕິບັດຄຳສັ່ງເລກທີ 01/CT-TTg ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງຂະບວນການທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດໃນສະພາບການໃໝ່ ໄລຍະ 2015-2025, ແຂວງກອນຕູມ ໄດ້ລະດົມແຫຼ່ງທຶນກວ່າ 35 ຕື້ດົ່ງເພື່ອກໍ່ສ້າງກິດຈະກໍາຮັບໃຊ້ໃຫ້ການດຳລົງຊີວິດຂອງປະຊາຊົນ, ສ້າງວຽກເຮັດງານທໍາໃຫ້ແກ່ຄົນທຸກຍາກ.

ໄປພ້ອມກັບການຜັນຂະຫຍາຍການເຄື່ອນໄຫວຂົນຂວາຍປະຊາຊົນຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ ໄດ້ປະກອບສ່ວນເພີ່ມພູນຄູນສ້າງຄວາມໄວ້ເນື້ອເຊື່ອໃຈ, ຮັດແໜ້ນຄວາມສາມັກຄີ, ສ້າງທ່າຮົບໃນໃຈປະຊາຊົນຢູ່ເຂດຊາຍແດນຢ່າງໜັກແໜ້ນ.

ຮັບມືກັບສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງ

ການເຊື່ອມໂຍງ ແລະການພັດທະນາຂອງເຂດຊາຍແດນ, ການແລກປ່ຽນການຄ້າກັບບັນດາປະເທດໃນພາກພື້ນຢູ່ເຂດສາມແຍກອິນດູຈີນ ໄດ້ດໍາເນີນໄປຢ່າງສະດວກສະບາຍນັ້ນກໍ່ເປັນປັດໄຈທີ່ສ້າງສິ່ງທ້າທາຍເຖິງຄວາມໝັ້ນຄົງ. ການສ້າງທ່າຮົບໃນໃຈປະຊາຊົນຢ່າງໜັກແໜ້ນບໍ່ພຽງແຕ່ແມ່ນເພື່ອການພັດທະນາເທົ່ານັ້ນ, ຫາກຍັງແນໃສ່ຮັບມືກັບທຸກຄວາມສ່ຽງທັງດ້ານຄວາມໝັ້ນຄົງທັງແບບເກົ່າ ແລະແບບໃໝ່.

ໃນ 10 ປີຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງກອນຕູມ ໄດ້ຮັບຂໍ້ມູນໂດຍປະຊາຊົນສະໜອງໃຫ້, ສ້າງພື້ນຖານໃຫ້ແກ່ການແກ້ໄຂຄະດີ, ຂຶ້ນແຜນ ແລະຕໍ່ສູ້, ສະກັດກັ້ນອາດຊະຍາກຳປະເພດຕ່າງໆຢູ່ເສັ້ນຊາຍແດນ.

ໃນຂົງເຂດຄວາມໝັ້ນຄົງແບບໃໝ່, ທະຫານ ແລະປະຊາຊົນຢູ່ເຂດຊາຍແດນທາງທິດເໜືອເຂດໄຕງວຽນ ໄດ້ກາຍເປັນກໍາເພງອັນໜັກແໜ້ນ, ໃນການປ້ອງກັນ ແລະຕ້ານໄພທຳມະຊາດ, ໂລກລະບາດ. ໃນການຕໍ່ສູ້ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນພະຍານຫຼັກຖານຢ່າງດີເດັ່ນ. ດ້ວຍບົດບາດເປັນກຳລັງຫຼັກແຫຼ່ງຢູ່ເຂດຊາຍແດນ, ທະຫານຊາຍແດນ ແລະປະຊາຊົນໄດ້ເປັນເຈົ້າການກໍາແໜ້ນສະພາບການ ແລະ ຈັດຕັ້ງການປ້ອງກັນ, ຕ້ານໂລກລະບາດ.

leftcenterrightdel
ພະນັກງານທະຫານຊາຍແດນແຂວງກອນຕູມ ພ້ອມກັບພະນັກງານຂອງລາວ ແລກປ່ຽນບົດຮຽນໃນວຽກງານຄຸ້ມຄອງການເຂົ້າ-ອອກເມືອງຢູ່ດ່ານສາກົນເບີອີ. ພາບ: bienphong.com.vn

ຢູ່ຕາມເສັ້ນຊາຍແດນມີປ້ອມກວດກາຊາຍແດນ 76 ປ້ອມ, ດ້ວຍພະນັກງານ, ນັກຮົບ 500 ກວ່າຄົນ ໄດ້ກວດກາທາງນ້ອຍ, ທາງຮ່ອມ, ດ່ານຊາຍແດນທັງເວັນ ແລະຄືນຢ່າງເຂັ້ມງວດເພື່ອບໍ່ໃຫ້ພະຍາດແຜ່ລະບາດຂ້າມຊາຍແດນ.

ການຮັບມືກັບໄພທຳມະຊາດກໍ່ໄດ້ຮັບການຜັນຂະຫຍາຍຢ່າງໄຫວພິບ ແລະທັນການ ດ້ວຍທິດນໍາ “4 ຢູ່ກັບທີ່, 3 ກຽມພ້ອມ”, ຍ້ອນມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງອໍານາດການປົກຄອງ, ກໍາລັງປະຕິບັດໜ້າທີ່ ແລະ ປະຊາຊົນ.  ອຸບັດຕິເຫດເຂື່ອນໄຟຟ້າແຕກຢູ່ລາວ ໃນປີ 2018, ທະຫານຊາຍແດນແຂວງກອນຕູມ ກໍໄດ້ເຄື່ອນທີ່ຢ່າງວ່ອງໄວ, ໃຫ້ການຊ່ວຍເຫຼືອທັນການ, ແກ້ໄຂກໍລະນີສຸກເສີນໃຫ້ແກ່ປະຊາຊົນທີ່ຢູ່ເຂດຖືກນໍ້າຖ້ວມໜັກ, ສົມທົບກັນອະນາໄມຫ້ອງຮຽນ, ຊ່ວຍເຫຼືອໂດຍກົງ ແລະໜູນຊ່ວຍປະຊາຊົນນັບຮ້ອຍຄອບຄົວໃຫ້ມີຊີວິດການເປັນຢູ່ເປັນປົກກະຕິ.

ສາມາດຢັ້ງຢືນວ່າ ເລື່ອງສ້າງທ່າຮົບໃນໃຈປະຊາຊົນຢ່າງໜັກແໜ້ນບໍ່ພຽງແຕ່ສຸມໃສ່ແຫຼ່ງກຳລັງ ແລະເຈດຈຳນົງເພື່ອການພັດທະນາເທົ່ານັ້ນ, ຫາກຍັງເປັນພື້ນຖານອັນສຳຄັນເພື່ອຮັບມືກັບສິ່ງທ້າທາຍເຖິງຄວາມໝັ້ນຄົງຢ່າງມີຄວາມໄຫວພິບ, ສ້າງປະຖົມປັດໄຈເພື່ອກໍ່ສ້າງເຂດສາມແຍກຊາຍແດນ - “ໝາກຫົວໃຈ” ຂອງອິນດູຈີນ ໃຫ້ນັບມື້ນັບໝັ້ນຄົງ ແລະພັດທະນາ.

ໂດຍ: ທູຈາງ