ແຂວງກວ໋າງຈິ ມີເສັ້ນຊາຍແດນທາງບົກ ຕິດກັບ 2 ແຂວງສະຫວັນນະເຂດ ແລະສາລະວັນ ມີຄວາມຍາວ 187,864 ກິໂລແມັດ; ເສັ້ນຊາຍແດນທາງທະເລມີຄວາມຍາວ 73,35 ກິໂລແມັດ ແລະ 6 ກິໂລແມັດ ອ້ອມຮອບເກາະໂກນກໍ໋. ເພື່ອຊີ້ນຳນຳພາການປະຕິບັດຂະບວນການທົ່ວປວງຊົນເຂົ້າຮ່ວມການການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຊາຍແດນແຫ່ງຊາດໃນສະພາບການໃໝ່, ຄະນະປະຈຳຄະນະພັກແຂວງ, ສະພາປະຊາຊົນແຂວງ, ຄະນະກໍາມະການປະຊາຊົນແຂວງ ໄດ້ປະກາດໃຊ້ເອກະສານຫຼາຍສະບັບກ່ຽວກັບການຊີ້ນຳ, ແຜນການ, ແນະນຳຍົກສູງຄຸນນະພາບ ແລະປະສິດທິຜົນຂອງຂະບວນການທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຊາຍແດນແຫ່ງຊາດ.
    |
 |
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານຊາຍແດນສາກົນລາວບາວ ລາດຕະເວນປ້ອງກັນຊາຍແດນ. ພາບ: baoquangtri.vn |
ໂຄສະນາ, ຂົນຂວາຍປະຊາຊົນປະຕິບັດບັນດາສັນຍາ, ກົດລະບຽບຊາຍແດນ, ຕ້ານການບຸກລຸກ, ຍົກຍ້າຍຖິ່ນຖານຕັ້ງພູມລຳເນົາຕາມລຳພັງໃຈ, ການເຂົ້າ-ອອກເມືອງຢ່າງຜິດກົດໝາຍ... ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ໄດ້ສົມທົບກັບຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ກໍາລັງທີ່ກ່ຽວຂ້ອງ ແລະປະຊາຊົນຢູ່ຊາຍແດນປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຊາຍແດນແຫ່ງຊາດເປັນຢ່າງດີ, ສຸມໃສ່ຄຸ້ມຄອງເສັ້ນຊາຍແດນໃຫ້ດີ, ລະບົບຫຼັກໝາຍຊາຍແດນແຫ່ງຊາດ, ເຄື່ອງໝາຍເສັ້ນຊາຍແດນແຫ່ງຊາດ.
ມາຮອດປະຈຸບັນ, ແຂວງກວ໋າງຈິ ບັນລຸໄດ້ຫຼາຍໝາກຜົນສຳຄັນໃນການປະຕິບັດຂະບວນການທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຊາຍແດນແຫ່ງຊາດ. ຈັດຕັ້ງຜັນຂະຫຍາຍປະຕິບັດວຽກງານກວດກາ, ຄວບຄຸມການສັນຈອນໃນເຂດຊາຍແດນຢ່າງແໜ້ນແຟ້ນ; ຮັກສາກົດລະບຽບເຂດຊາຍແດນ; ສົມທົບກັນຢ່າງແໜ້ນແຟ້ນໃນການປົກປັກຮັກສາເຂດຊາຍແດນ, ທະເລ ແລະໝູ່ເກາະກັບການຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ກໍ່ສ້າງເຂດປ້ອງກັນຢ່າງໝັ້ນແກ່ນ.
ໄລຍະ 2015-2025, ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ໄດ້ຈັດຕັ້ງການລາດຕະເວນ 2.805 ຄັ້ງ ມີພະນັກງານ, ນັກຮົບເຂົ້າຮ່ວມ 34.610 ເທື່ອຄົນ; ລາດຕະເວນສອງຝ່າຍໄດ້ 384 ຄັ້ງມີພະນັກງານ, ນັກຮົບຫວຽດນາມ ແລະເພື່ອນລາວ ເຂົ້າຮ່ວມ 9.216 ເທື່ອຄົນ. ເປັນເສນາທິການໃຫ້ຄະນະກຳມະການປະຊາຊົນແຂວງກວ໋າງຈິ ປະກາດໃຊ້ເອກະສານແນໃສ່ເພີ່ມທະວີວຽກງານຄຸ້ມຄອງລັດກ່ຽວກັບຊາຍແດນ, ດ່ານຊາຍແດນ, ການຕ່າງປະເທດ...
ຂະບວນການມະຫາຊົນເຂົ້າຮ່ວມການຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນໄດ້ຮັບການຮັກສາ ແລະປະຕິບັດຢ່າງມີປະສິດທິຜົນ. ຜ່ານນັ້ນມີສະຕິຄວາມຮັບຜິດຊອບໃນການເຂົ້າຮ່ວມການຄຸ້ມຄອງ ແລະປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ເຄື່ອງໝາຍເຂດຊາຍແດນ, ປ້າຍເຂດຊາຍແດນ; ປົກປັກຮັກສາຊັບພະຍາກອນທໍາມະຊາດ, ແຮ່ທາດຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງເຫັນໄດ້ຊັດ.
ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ໄດ້ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະກໍາລັງທີ່ກ່ຽວຂ້ອງຢູ່ເຂດຊາຍແດນທະເລ, ເກາະ ປະຕິບັດວຽກງານປ້ອງກັນ, ຕ້ານໄພທໍາມະຊາດ, ຊອກຫາ, ກູ້ໄພກູ້ຊີບເປັນຢ່າງດີ. ບັນດາກົມກອງ, ທ້ອງຖິ່ນຮັກສາການປະຕິບັດການເຄື່ອນໄຫວພົວພັນຕ່າງປະເທດສອງຟາກຊາຍແດນເປັນຢ່າງດີ, ໄດ້ຈັດກອງປະຊຸມແລກປ່ຽນວຽກງານການພົວພັນຕ່າງປະເທດ, ແລກປ່ຽນສະພາບການ, ການພົບປະເຈລະຈາປະຈຳປີລະຫວ່າງການນຳແຂວງ ແລະສອງເມືອງຊາຍແດນ, ລະຫວ່າງຕຳຫຼວດ, ທະຫານ, ທະຫານຊາຍແດນກັບທຸກຂັ້ນ ແລະກໍາລັງຂອງເພື່ອນລາວ; ຮັກສາຮູບແບບການແຮກສ່ຽວຄ້າຍທະຫານຊາຍແດນກັບກຳລັງປ້ອງກັນຊາຍແດນຕໍ່ໜ້າ ແລະແຮກສ່ຽວກຸ່ມຊຸມຊົນຢູ່ສອງຟາກຊາຍແດນ.
ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ໃນໄລຍະຈະມາເຖິງ, ແຂວງກວ໋າງຈິ ຈະຍູ້ແຮງວຽກງານໂຄສະນາຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບໃຫ້ກຳລັງໃນການປະຕິບັດຂະບວນການທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຊາຍແດນແຫ່ງຊາດ, ເປັນຕົ້ນແມ່ນວຽກງານສົມທົບຂອງພະແນກການ, ຄະນະ, ຂະແໜງການ ແລະທ້ອງຖິ່ນຕ່າງໆ.
ເສີມຂະຫຍາຍບົດບາດຫຼັກແຫຼ່ງຂອງກຳລັງທະຫານຊາຍແດນໃນການເປັນເສນາທິການຕາມພາລະບົດບາດໜ້າທີ່. ຍູ້ແຮງວຽກງານການສຶກສາ, ຍົກສູງຄວາມຮັບຮູ້ກ່ຽວກັບບັນດາກົນອຸບາຍ, ເລ່ລ່ຽມຕ້ານ ແລະທຳລາຍຂອງອິດທິກໍາລັງທີ່ເປັນປໍລະປັກ, ເປົ້າໝາຍປະຕິການຢູ່ເຂດຊາຍແດນ. ເພີ່ມທະວີຮູບການສຶກສາທີ່ມີອຸປະກອນປະກອບຢ່າງມີຊີວິດຊີວາໃຫ້ຫຼາຍເປົ້າໝາຍຕິດພັນກັບການຮັບຮູ້, ຍ້ອງຍໍຊົມເຊີຍໝູ່ຄະນະ, ບຸກຄົນທີ່ມີຜົນງານໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ; ຈັດຕັ້ງ “ວັນທະຫານຊາຍແດນທົ່ວປວງຊົນ” ໃນທຸກໆປີໃຫ້ເປັນຢ່າງດີ.
ສືບຕໍ່ກໍ່ສ້າງເຂດຊາຍແດນ, ເຂດແຄມທະເລ - ໝູ່ເກາະໃຫ້ມີການພັດທະນາຮອບດ້ານ, ຍືນຍົງບົນພື້ນຖານແຜນຜັງສັງລວມພັດທະນາເສດຖະກິດ-ສັງຄົມຂອງແຂວງຕິດພັນກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ມີກົນໄກ, ນະໂຍບາຍທີ່ສະດວກເພື່ອດຶງດູດການລົງທຶນພັດທະນາຢູ່ເຂດຊາຍແດນ, ເຂດແຄມທະເລ, ໝູ່ເກາະ; ມີນະໂຍບາຍໜູນຊ່ວຍການຮັກສາ, ຍົກສູງຄຸນນະພາບການເຄື່ອນໄຫວບັນດາຮູບແບບຂະບວນການທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາຊາຍແດນ. ເພີ່ມທະວີການພົວພັນສົມທົບລະຫວ່າງທະຫານຊາຍແດນແຂວງກວ໋າງຈິ ກັບກໍາລັງປ້ອງກັນຊາຍແດນແຂວງສາລະວັນ, ແຂວງສະຫວັນນະເຂດ ໃນການຄຸ້ມຄອງ ແລະປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ.
ໂດຍ: ເຈິ່ນຮວ່ຽນ