ຍ້ອນເຫດນັ້ນ, ໃນຊຸມປີຜ່ານມາ, ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ແລະບັນດາກໍາລັງທີ່ກ່ຽວຂ້ອງຂອງສອງຝ່າຍ ໄດ້ປັບປຸງ ແລະເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດໃນກິດຈະການສ້າງສາ ແລະພັດທະນາເສດຖະກິດ, ສັງຄົມຂອງສອງຝ່າຍເລິກເຊິ່ງກວ່າອີກ.

ຊຸມປີຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ສົມທົບກັບກອງບັນຊາການທະຫານແຂວງຫົວພັນ, ຊຽງຂວາງ, ບໍລິຄໍາໄຊ ຂອງລາວ ຈັດຕັ້ງຊຸດຝຶກອົບຮົມ ເພື່ອແນໃສ່ຍົກສູງວິຊາການ, ວິຊາສະເພາະໃຫ້ກໍາລັງຄຸ້ມຄອງ, ປົກປັກຮັກສາຊາຍແດນ.

leftcenterrightdel
ຜູ້ຕາງໜ້າກອງບັນຊາການທະຫານຊາຍແດນແຂວງເງະອານ ມອບຂອງຂວັນໃຫ້ກອງບັນຊາການທະຫານແຂວງຊຽງຂວາງ. ພາບ: bienphong.com.vn

ສະຫາຍພັນເອກ ບຸນຊູ ໄຊລະສີ, ຫົວໜ້າການທະຫານກອງບັນຊາການທະຫານແຂວງຊຽງຂວາງ ໃຫ້ຮູ້ວ່າ “ເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ກອງບັນຊາການທະຫານແຂວງຊຽງຂວາງ ແລະກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ແລກປ່ຽນສະພາບການທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະບັນຫາຕ່າງໆ ທີ່ກ່ຽວຂ້ອງເຖິງເຂດຊາຍແດນເປັນປະຈໍາ. ໃນໄລຍະປີ 2020-2021, ການແລກປ່ຽນຂໍ້ມູນຂ່າວສານປະສົບກັບຄວາມຫຍຸ້ງຍາກ  ຍ້ອນພະຍາດໂຄວິດ-19 ຜັນແປຢ່າງສັບສົນ, ເຖິງຢ່າງໃດກໍ່ຕາມ, ສອງຝ່າຍ ໄດ້ສົມທົບກັນແກ້ໄຂ, ຜ່ານຜ່າຄວາມຫຍຸ້ງຍາກ, ແລກປ່ຽນສະພາບການ, ບົດຮຽນດ້ວຍເອກະສານຢ່າງທັນການ, ຕິດຕາມກວດກາການເຄື່ອນໄຫວຂອງບັນດາເປົ້າໝາຍ ແລະການເຂົ້າ-ອອກເມືອງຜິດກົດໝາຍເປັນປະຈໍາ. ພ້ອມກັນນັ້ນ, ພວກຂ້າພະເຈົ້າ ກໍ່ໄດ້ຮັບການໜູນຊ່ວຍຂອງທະຫານຊາຍແດນແຂວງເງະອານ ກ່ຽວກັບສິ່ງຂອງທີ່ຈໍາເປັນ, ວັດຖຸອຸປະກອນການແພດ”.

ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ທະຫານຊາຍແດນແຂວງເງະອານ ໄດ້ສ້າງຕັ້ງ 97 ປ້ອມສະກັດກັ້ນພະຍາດໂຄວິດ-19 ຢູ່ຕາມທາງນ້ອຍ, ທາງຮ່ອມ, ສົມທົບກັບກໍາລັງການທະຫານ, ກໍາລັງປ້ອງກັນຄວາມສະຫງົບຂອງ 3 ແຂວງປະເທດເພື່ອນລາວ ດໍາເນີນການລາດຕະເວນ, ຄວບຄຸມ, ສະກັດກັ້ນການເຄື່ອນໄຫວໄປມາຢູ່ເຂດຊາຍແດນ ຢ່າງຜິດກົດໝາຍ. ທະຫານຊາຍແດນແຂວງເງະອານ ຍັງເປັນເສນາທິການໃຫ້ຄະນະກໍາມະການ ປະຊາຊົນແຂວງ ແລະປຸກລະດົມບັນທ້ອງຖິ່ນຊ່ວຍເຫຼືອກໍາລັງປະກອບອາວຸດ ແລະປະຊາຊົນ ຢູ່ເຂດຊາຍແດນຂອງລາວ ກ່ຽວກັບສິ່ງຂອງທີ່ຈໍາເປັນ, ວັດຖຸອຸປະກອນການແພດ, ທັນຍາຫານ... ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.

ເພື່ອປັບປຸງ, ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ ໃຫ້ຫຼາຍກວ່າອີກ, ໃນໄລຍະຜ່ານມາ, ທະຫານຊາຍແດນແຂວງເງະອານ ແລະກໍາລັງການທະຫານ, ກໍາລັງປ້ອງກັນຄວາມສະຫງົບ 3 ແຂວງຂອງລາວ ໄດ້ເປັນເສນາທິການຈັດຕັ້ງຂະບວນການແຮກສ່ຽວລະຫວ່າງກຸ່ມຊຸມຊົນຕ່າງໆ ແລະກໍາລັງປະກອບອາວຸດສອງຟາກຊາຍແດນ. ຜ່ານການເຄື່ອນໄຫວແຮກສ່ຽວ ໄດ້ຊຸກຍູ້ສາຍພົວພັນສາມັກຄີ, ການຊ່ວຍເຫຼືອເຊິ່ງກັນ ແລະກັນ ເມື່ອປະສົບກັບຄວາມຫຍຸ້ງຍາກ, ຊ່ວຍເຫຼືອກັນພັດທະນາເສດຖະກິດ, ສົມທົບກັນປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມເປັນລະບຽບຮຽບຮ້ອຍຢູ່ສອງຟາກຊາຍແດນໄວ້ໃຫ້ໝັ້ນຄົງ.

leftcenterrightdel
ຄ້າຍທະຫານຊາຍແດນຕາມເຮີບ, ກອງບັນຊາການທະຫານຊາຍແດນແຂວງເງະອານ ແລະກອງຮ້ອຍຊາຍແດນ 251, ກອງບັນຊາການທະຫານແຂວງບໍລິຄໍາໄຊ ດໍາເນີນການລາດຕະເວນຮ່ວມ. ພາບ: bienphong.com.vn

ພ້ອມກັນນັ້ນ, ໃນຊຸມປີຜ່ານມາ, ທະຫານຊາຍແດນແຂວງເງະອານ ໄດ້ຊ່ວຍເຫຼືອ, ໜູນຊ່ວຍດ້ານວັດຖຸໃຫ້ບັນດາກົມກອງຄຸ້ມຄອງ, ປົກປັກຮັກສາຊາຍແດນຂອງລາວ ດ້ວຍມູນຄ່າ  600 ລ້ານດົ່ງ ແລະເປັນເສນາທິການ ໃຫ້ຄະນະກໍາມະການປະຊາຊົນແຂວງ ແລະປຸກລະດົມບັນດາ ທ້ອງຖິ່ນ, ອົງການ, ວິສາຫະກິດ ແລະພະນັກງານ, ນັກຮົບ ບໍລິຈາກເງິນເພື່ອກໍ່ສ້າງເຮືອນວັດທະນະທໍາຊຸມຊົນ 1 ຫຼັງ ແລະເຮືອນມິດຕະພາບ 3 ຫຼັງ ໃຫ້ແກ່ປະຊາຊົນບ້ານນໍ້າໄຕ, ເມືອງຊຳໃຕ້, ແຂວງຫົວພັນ; ໜູນຊ່ວຍກໍ່ສ້າງກິດຈະກໍານໍ້າສະອາດໃຫ້ແກ່ປະຊາຊົນບ້ານປຸ່ງຫວາຍ, ເມືອງກອັນ, ແຂວງຫົວພັນ ດ້ວຍມູນຄ່າ 1,326 ຕື້ດົ່ງ.

ນອກຈາກນັ້ນ, ທະຫານຊາຍແດນແຂວງເງະອານ ກໍສົມທົບກັບອໍານາດການປົກຄອງເມືອງໄຊຈໍາພອນ, ແຂວງບໍລິຄໍາໄຊ ຈັດຕັ້ງພິທີລົງມືກໍ່ສ້າງ ແລະເປີດນຳໃຊ້ສຸກສາລາທະຫານ ແລະປະຊາຊົນ ຢູ່ບ້ານ 1, ນໍ້າອອນ, ເມືອງໄຊຈໍາພອນ.

ເສັ້ນຊາຍແດນຫວຽດນາມ-ລາວ ເວົ້າລວມ ແລະລະຫວ່າງແຂວງເງະອານ ກັບແຂວງຫົວພັນ, ຊຽງຂວາງ, ບໍລິຄໍາໄຊ ເວົ້າສະເພາະ ຍາມໃດກໍ່ ແມ່ນສະຖານທີ່ພົບປະແຫ່ງນໍ້າໃຈມິດຕະພາບ, ການຮ່ວມມືເພື່ອສ້າງສາ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ສອງຟາກຊາຍແດນ. ຜ່ານນັ້ນ, ປະກອບສ່ວນປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ ເວົ້າລວມ ແລະລະຫວ່າງແຂວງເງະອານ ກັບແຂວງຫົວພັນ, ຊຽງຂວາງ, ບໍລິຄໍາໄຊ ເວົ້າສະເພາະ.

ໂດຍ: ທູຈາງ