ສະຫາຍພັນເອກ ຄຳຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ແລະສະຫາຍພັນເອກພິເສດ ບຸ່ຍເທ໊ຕວຽນ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ເປັນປະທານຮ່ວມການພົບປະເຈລະຈາ.

ບົນຈິດໃຈສາມັກຄີ, ມິດຕະພາບແບບພິເສດ, ຄວາມເຂົ້າໃຈ, ເຄົາລົບເຊິ່ງກັນ ແລະກັນ, ສອງຝ່າຍໄດ້ພ້ອມກັນຕີລາຄາໝາກຜົນໃນວຽກງານສົມທົບກັນ ແລະໄດ້ເຫັນດີເປັນເອກະພາບຕໍ່ທິດທາງໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ສອງຝ່າຍໃຫ້ຂໍ້ສັງເກດວ່າ ໃນໄລຍະຈະມາເຖິງ, ສະພາບການຄວາມໝັ້ນຄົງດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນແຂວງຜົ້ງສາລີ ແລະແຂວງດ້ຽນບຽນ ຍັງຜັນແປຢ່າງສັບສົນ, ເປັນຕົ້ນແມ່ນຜົນກະທົບຈາກພະຍາດໂຄວິດ-19 ຕໍ່ການປະຕິບັດໜ້າທີ່ຂອງສອງຝ່າຍ. ຍ້ອນແນວນັ້ນ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ...

leftcenterrightdel
ສອງຝ່າຍ ແລກປ່ຽນບົດບັນທຶກຊ່ວຍຈໍາການພົບປະເຈລະຈາ ປະຈໍາປີ ຄັ້ງທີ X. ພາບ: ແອັງຢຸງ.

ສອງຝ່າຍເຫັນດີເປັນເອກະພາບລາຍງານ ແລະເປັນເສນາທິການໃຫ້ອຳນາດການປົກຄອງແຂວງດ້ຽນບຽນ ແລະອຳນາດການປົກຄອງແຂວງຜົ້ງສາລີ ເຫັນດີເປັນເອກະພາບຕໍ່ຂັ້ນຕອນເພື່ອຟື້ນຟູການເຄື່ອນໄຫວໄປມາຜ່ານຊາຍແດນ ຢູ່ຄູ່ດ່ານທ້ອງຖິ່ນດ່ານຊີປາຝິ່ນ-ຫ້ວຍລາ ແລະຄູ່ດ່ານປະເພນີໂດຍໄວ, ພ້ອມທັງເຫັນດີເປັນເອກະພາບຕໍ່ເວລາຈັດຕັ້ງພິທີປະກາດ ແລະເປີດທາງນ້ອຍນໍ້າດີ໊ກ-ຫ້ວຍເຮ້ຍ. ສືບຕໍ່ການເຄື່ອນໄຫວແຮກສ່ຽວຂອງບັນດາຮາກຖານ, ເອົາໃຈໃສ່ຊຸກຍູ້ອຳນາດການປົກຄອງທ້ອງຖິ່ນ ຈັດຕັ້ງການແຮກສ່ຽວບັນດາກຸ່ມບ້ານ, ຕາແສງຢູ່ສອງຟາກຊາຍແດນ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ.

ໂດຍ: ເຈິ່ນຮວ່ຽນ