ພັນເອກພິເສດ ເຢືອງວັນຕ໊ຽນ, ຮອງຫົວໜ້າກອງບັນຊາການຕຳຫຼວດແຂວງ, ການນໍາອົງການສືບສວນ-ສອບສວນແຂວງແທງຮວ໋າ; ພັນເອກ ເພັດສອນ ອິນສຸພັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ເປັນປະທານຮ່ວມກອງປະຊຸມ.

leftcenterrightdel
ພິທີລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືສະກັດກັ້ນ ແລະຕ້ານອາດຊະຍາກໍາຢາເສບຕິດປີ 2022. ພາບ: cand.com.vn

ທີ່ກອງປະຊຸມ, ສອງຝ່າຍໄດ້ປຶກສາຫາລືເຮັດແຈ້ງຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະຊອກຫາມາດຕະການແກ້ໄຂເພື່ອໃຫ້ການຕໍ່ສູ້ສະກັດກັ້ນ, ຕ້ານຢາເສບຕິດບັນລຸໄດ້ໝາກຜົນດີທີ່ສຸດ. ໃນນັ້ນ, ໄດ້ຊີ້ແຈງ, ເຮັດແຈ້ງວຽກງານສົມທົບ, ວຽກງານສືບສວນສອບສວນຂັ້ນພື້ນຖານ,... ຕຳຫຼວດສອງແຂວງໄດ້ເຫັນດີເປັນເອກະພາບຕໍ່ການຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການຮ່ວມມືສະກັດກັ້ນ, ຕ້ານອາດຊະຍາກຳຢາເສບຕິດຢູ່ຊາຍແດນ, ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ.

ບົນພື້ນຖານນັ້ນ, ການນຳຕຳຫຼວດສອງແຂວງໄດ້ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືສະກັດກັ້ນ ແລະຕ້ານຢາເສບຕິດປີ 2022 ດ້ວຍຫຼາຍເນື້ອໃນສຳຄັນ, ຄື: ສືບຕໍ່ປະຕິບັດບັນດາເນື້ອໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືສະກັດກັ້ນ, ຕ້ານຢາເສບຕິດທີ່ໄດ້ລົງນາມໃນວັນທີ 31 ຕຸລາ 2021 ຢ່າງມີປະສິດທິຜົນ; ເພີ່ມທະວີການສົມທົບກັນແລກປ່ຽນຂໍ້ມູນຂ່າວສານ; ຍູ້ແຮງການສົມທົບກັນດຳເນີນການກວດກາຂັ້ນພື້ນຖານຢູ່ບໍລິເວນເຂດຊາຍແດນ; ໂຄສະນາ, ໂຈມຕີປາບປາມອາດຊະຍາກຳຢາເສບຕິດແຕ່ນີ້ຮອດທ້າຍປີ 2022;...

ໂດຍ: ທະນາພອນ