leftcenterrightdel
ລາຍການສະແດງສິລະປະຢູ່ລາຍການ "ລະດູບານໃໝ່ສະມັກຄີ-ບຸນເຕັດແຫ່ງສາຍຈິດມິດໃຈທະຫານ ແລະປະຊາຊົນ". ພາບ: Qdnd.vn

ໃນຂອບເຂດລາຍການ, ມີການເຄື່ອນໄຫວທີ່ມີຄວາມໝາຍແທດຈິງຫຼາຍຢ່າງໄດ້ຮັບການຜັນຂະຫຍາຍ, ພົ້ນເດັ່ນ, ຄື: ຖະຫວາຍທູບທຽນທີ່ອະນຸສາວະລີວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຕາແສງ ມີ໊ເລືອງ (ອຽນເລິບ, ຝູທໍ້); ກວດສຸຂະພາບ, ໃຫ້ຄຳປຶກສາສຸຂະພາບ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ເປົ້າໝາຍນະໂຍບາຍ, ຜູ້ມີຄູນງາມຄວາມດີຕໍ່ການປະຕິວັດ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ; ໜູນຊ່ວຍກໍ່ສ້າງ ແລະມອບ ‘’ເຮືອນ 100 ດົ່ງ” 2 ຫຼັງ (ມູນຄ່າ 80 ລ້້ານດົ່ງ/ຫຼັງ); ມອບຂອງຂວັນກວ່າ 250 ພູດໃຫ້ເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ນັກຮຽນທຸກຍາກແຕ່ຮຽນເກັ່ງຢູ່ບໍລິເວນແຂວງຝູທໍ້; ຈັດຕັ້ງ “ພິທີງານບຸນເຂົ້າຕົ້ມຂຽວ”; ມອບວັດຖຸ, ເຄື່ອງໃຊ້ທີ່ຈໍາເປັນໃຫ້ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ພວກນ້ອງນັກຮຽນ; ຈັດຕັ້ງງານບຸນລະດູບານໃໝ່, ການລະຫຼິ້ນພື້ນເມືອງ, ພົບປະແລກປ່ຽນວັດທະນະທໍາ, ສິລະປະ, ກິລາ-ກາຍະກໍາ... ລວມຍອດມູນຄ່າກວ່າ 500 ລ້ານດົ່ງ.

ໂດຍ: ໄຊນີດາ