leftcenterrightdel
ທ່ານພົນຈັດຕະວາ ເລກວາງດ້າວ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຮວ່າງຫວູ.

ທ່ານພົນຈັດຕະວາ ເລກວາງດ້າວ, ຜູ້ບັນຊາການຕໍາຫຼວດທະເລຫວຽດນາມ ໃຫ້ຮູ້ວ່າ ເລື່ອງຈັດຕັ້ງການລົງນາມບົດບັນທຶກຊ່ວຍຈໍາສະແດງໃຫ້ເຫັນເຈດຕະນາດີ, ຄວາມຕັດສິນໃຈ ແລະເປັນພະຍານຫຼັກຖານຢ່າງຈະແຈ້ງກ່ຽວກັບຄວາມມານະພະຍາຍາມ ກໍຄືປະສິດທິຜົນໃນການຮ່ວມມືສອງຝ່າຍ. ທ່ານພົນຈັດຕະວາ ເລກວາງດ້າວ ເນ້ັນໜັກວ່າ ບົດບັນທຶກຊ່ວຍຈໍາແມ່ນພື້ນຖານເພື່ອໃຫ້ສອງຝ່າຍເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ, ແກ້ໄຂບັນດາເຫດການບົນທະເລເປັນຢ່າງດີ, ເປັນຂີດໝາຍສໍາຄັນເພື່ອເປີດໜ້າໃໝ່ໃນການຮ່ວມມືຢ່າງເລິກເຊິ່ງກວ່າ, ຮອບດ້ານກວ່າໃນການພົວພັນສອງຝ່າຍ.

leftcenterrightdel
ທ່ານພົນຈັດຕະວາ ເລກວາງດ້າວ ແລະທ່ານພົນຈັດຕະວາ Aan Kurnia ລົງນາມໃນບົດບັນທຶກຊ່ວຍຈໍາຜ່ານລະບົບທາງໄກ. ພາບ: ພາບ: ຮວ່າງຫວູ.

ສ່ວນທ່ານພົນຈັດຕະວາ Aan Kurnia, ຜູ້ບັນຊາການຕໍາຫຼວດທະເລອິນໂດເນເຊຍ ເນັ້ນໜັກວ່າ ຕໍາຫຼວດທະເລຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນຢູ່ອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລຢູ່ພາກພື້ນ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ບົດບັນທຶກຊ່ວຍຈໍາສະບັບນີ້ຈະແມ່ນພື້ນຖານເຮັດໃຫ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຕໍາຫຼວດທະເລອິນໂດເນເຊຍ ແລະຕໍາຫຼວດທະເລຫວຽດນາມ  ເລິກເຊິ່ງກວ່າອີກ.

ໂດຍ: ທູຈາງ