leftcenterrightdel
ມອບລາງວັນການສອບເສັງຄົ້ນຄວ້າກ່ຽວກັບຊາຍແດນແຫ່ງຊາດດ້ວຍຫົວຂໍ້ “ຊາຍແດນປະເທດຊາດຂ້າພະເຈົ້າ”. ພາບ: ສໍານັກຂ່າວສານຫວຽດນາມ

ການສອບເສັງຊອກຮູ້ "ຊາຍແດນປະເທດຊາດຂ້າພະເຈົ້າ” ແມ່ນການສອບເສັງລະດັບຊາດ, ຈັດຕັ້ງຜ່ານທາງອອນລາຍສົມທົບກັບໂດຍກົງ. ເນື້ອໃນຊອກຮູ້ບັນດາຄວາມຮູ້ກ່ຽວກັບຫົວຂໍ້ຊາຍແດນທາງບົກ.

ກ່າວຄຳເຫັນທີ່ພິທີມອບລາງວັນ, ສະຫາຍ ຫງວຽນຈ້ອງເຫງ້ຍ ຫົວໜ້້າຄະນະໂຄສະນາສຶກສາສູນກາງ ຢືນຢັນວ່າ: ໝາກຜົນຂອງການສອບເສັງຕີລາຄາຄວາມເອົາໃຈໃສ່ຢ່າງເລິກເຊິ່ງ ແລະສະຕິຄວາມຮັບຜິດຊອບຂອງປະຊາຊົນ, ພິເສດແມ່ນລຸ້ນໜຸ່ມ ແລະພໍ່ແມ່ປະຊາຊົນຢູ່ເຂດຊາຍແດນແຫ່ງຊາດ ຕໍ່ອະທິປະໄຕເຂດຊາຍແດນແຫ່ງຊາດ. ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງຮຽກຮ້ອງວ່າ: ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຄວນສຸມໃສ່ຍູ້ແຮງ ແລະປະຕິບັດວຽກງານໂຄສະນາເປັນຢ່າງດີ, ຊາບຊຶມແຜນນະໂຍບາຍຂອງພັກ, ລັດກ່ຽວກັບຍຸດທະສາດປົກປັກຮັກສາຊາຍແດນແຫ່ງຊາດ; ປະຕິບັດວຽກງານຄຸ້ມຄອງເສັ້ນຊາຍແດນແຫ່ງຊາດເປັນຢ່າງດີ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ ເພື່ອພັດທະນາ;...

ຜ່ານການແຂ່ງຂັນຫຼາຍຮອບ, ຄະນະຈັດຕັ້ງໄດ້ມອບລາງວັນພິເສດ 1 ລາງວັນ, ລາງວັນທີໜຶ່ງ 1 ລາງວັນ, ລາງວັນທີສອງ 1 ລາງວັນ, ລາງວັນທີສາມ 1 ລາງວັນ, ລາງວັນຊົມເຊີຍ 2 ລາງວັນ; ພ້ອມກັນນັ້ນ ກໍ່ໄດ້ມອບໃບຍ້ອງຍໍໃຫ້ແກ່ບັນດາໝູ່ຄະນະທີ່ມີຈຳນວນຜູ້ເຂົ້າການສອບເສັງຫຼາຍທີ່ສຸດ.

ໂດຍ: ທະນາພອນ