leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ຫ໊າຍວັນ

ກອງປະຊຸມໄດ້ຮັບຟັງຫົວໜ້າ 4 ກຸ່ມປະຕິບັດງານໄດ້ລາຍງານກ່ຽວກັບບັນດາກິດຈະກໍາການຮ່ວມມືປະຕິບັດກົດໝາຍຢູ່ທະເລປີ 2021 ແລະທິດທາງການຮ່ວມມືໃນປີ 2022; ປາດຖະໜາຢາກໃຫ້ 4 ກຸ່ມສືບຕໍ່ບັນດາການເຄື່ອນໄຫວຮ່ວມມືຢ່າງແທດຈິງ ແລະມີປະສິດທິຜົນໃນ 4 ເສົາຄ້ຳຂອງ HACGAM, ນັ້ນແມ່ນຊອກຫາ ແລະກູ້ໄພ, ປົກປັກຮັກສາສິ່ງແວດລ້ອມ, ສະກັດກັ້ນ ແລະຄວບຄຸມບັນດາການເຄື່ອນໄຫວຜິດກົດໝາຍຢູ່ທະເລ, ສ້າງກຳລັງຄວາມສາມາດ. ກອງປະຊຸມຍັງໄດ້ປຶກສາຫາລື ແລະຮັບຮອງເອົາເລື່ອງຕໍາຫຼວດທະເລຝຣັ່ງ ເຂົ້າຮ່ວມ HACGAM.

ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມທີ່ຢືນຢັນຄືນໃໝ່ຄຳໝັ້ນສັນຍາສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການປະຕິບັດກົດໝາຍທາງທະເລຢູ່ອາຊີ ກວ່າອີກເພື່ອແນໃສ່ປະຕິບັດເປົ້າໝາຍຮ່ວມຂອງ HACGAM “ເພື່ອເຂດທະເລທີ່ໝັ້ນຄົງ, ປອດໄພ ແລະສິ່ງແວດລ້ອມສະອາດ”. ກອງປະຊຸມໄດ້ຕີລາຄາສູງຕໍ່ຫວຽດນາມ ເວົ້າລວມ ແລະຕໍາຫຼວດທະເລຫວຽດນາມ ເວົ້າສະເພາະໃນຄວາມມານະພະຍາຍາມຈັດຕັ້ງກອງປະຊຸມ HACGAM ທາງໄກຄັ້ງທຳອິດ.

ໂດຍ: ທະນາພອນ