ດ້ວຍຄວາມໝາຍ ແລະຄວາມສຳຄັນດັ່ງກ່າວ, ໃນຊຸມປີຜ່ານມາ, ຄະນະພັກ ແລະກອງບັນຊາການທະຫານຊາຍແດນ ໄດ້ຊີ້ນຳ ແລະນຳພາກອງບັນຊາການທະຫານຊາຍແດນບັນດາແຂວງຕິດກັບຊາຍແດນຫວຽດນາມ - ລາວ ສົມທົບກັນຢ່າງຮອບດ້ານ ແລະມີປະສິດທິຜົນກັບກຳລັງປ້ອງກັນຊາຍແດນຂອງລາວ ໃນວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນ.

ພ້ອມທັງ, ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອຊ່ວຍເຫຼືອປະຊາຊົນເຂດຊາຍແດນຂອງລາວພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ; ກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນລາວ ປະສົບຄວາມຫຍຸ້ງຍາກຢູ່ເຂດຊາຍແດນນັບພັນຄົນ... ຜ່ານນັ້ນ, ປະກອບສ່ວນປົກປັກຮັກສາອະທິປະໄຕຜືນແຜ່ນດິນ ແລະຄວາມໝັ້ນຄົງຢູ່ເຂດຊາຍແດນຂອງແຕ່ລະປະເທດໄວ້ຢ່າງໝັ້ນຄົງ, ເພີ່ມທະວີນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ.

leftcenterrightdel
ກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ມອບເຮືອນມິດຕະພາບໃຫ້ເມືອງໄຊຈຳພອນ ແຂວງ ບໍລິຄຳໄຊ (ລາວ) ໃນປີ 2018. ພາບ: ແທງຢາງ
leftcenterrightdel
ກອງບັນຊາການທະຫານຊາຍແດນແຂວງກວ໋າງນາມ ຊ່ວຍເຫຼືອສະບຽງອາຫານ, ທັນຍາຫານ ແລະອຸປະກອນການແພດ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ແກ່ກໍາລັງປ້ອງກັນຊາຍແດນລາວ ໃນປີ 2021. ພາບ: ຮົ່ງແອງ.
leftcenterrightdel
ຄ້າຍທະຫານຊາຍແດນປາເທີມ, ທະຫານຊາຍແດນແຂວງດ້ຽນບຽນ ມອບຂອງຂວັນ ແລະເງິນຊ່ວຍເຫຼືອນັກຮຽນປະສົບຄວາມຫຍຸ້ງຍາກເມືອງໄໝ່ ແຂວງຜົ້ງສາລີ (ລາວ) ປີ 2019. ພາບ: ແອງຢູງ
leftcenterrightdel
ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ້ ມອບງົວພັນໃຫ້ບັນດາຄອບຄົວປະສົບຄວາມຫຍຸ້ງຍາກຢູ່ເເມືອງເຊໂປນ, ແຂວງສະຫວັນນະເຂດ (ລາວ) ໃນປີ 2021. ພາບ: ຫງວຽນຮວ່າບິ່ງ.
leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ປູຍີ, ທະຫານຊາຍແດນແຂວງແທງຮວ໋າ ລາດຕະເວນສອງຝ່າຍກັບພະນັກງານ, ນັກຮົບກອງຮ້ອຍ 214, ກອງບັນຊາການທະຫານແຂວງຫົວພັນ (ລາວ) ໃນປີ 2019. ພາບ: ຊວນທູ໊ຍ.
leftcenterrightdel
ພະນັກງານແພດກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ກວດ, ປິ່ນປົວພະຍາດໃຫ້ປະຊາຊົນຢູ່ ບ້ານໜອງບົວ, ເມືອງບົວລະພາ, ແຂວງຄໍາມ່ວນ (ລາວ) ໃນປີ 2019. ພາບ: ຮວ່າງນາມ

ໂດຍ: ທະນາພອນ