ໃນໄລຍະຜ່ານມາ, ພະຍາດໂຄວິດ-19 ໄດ້ສົ່ງຜົນສະທ້ອນເຖິງການພັດທະນາເສດຖະກິດ ແລະສັງຄົມຂອງທັງສອງທ້ອງຖິ່ນ, ສອງປະເທດ. ຄຽງຂ້າງການແລກປ່ຽນເປັນປະຈໍາ, ກໍາແໜ້ນສະພາບການເພື່ອໜູນຊ່ວຍເຊິ່ງກັນ ແລະກັນໃນການປະຕິບັດໜ້າທີ່, ກໍາລັງປະກອບອາວຸດສອງທ້ອງຖິ່ນຍັງຕັ້ງໜ້າເຂົ້າຮ່ວມວຽກງານປ້ອງກັນ, ຕ້ານພະຍາດ.

leftcenterrightdel
ບັນຍາກາດທີ່ພິທີມອບ-ຮັບຂອງຂວັນ. ພາບ: ສໍານັກຂ່າວສານຫວຽດນາມ.

ໂດຍແບ່ງປັນຄວາມຫຍຸ້ງຍາກ ແລະໃຫ້ກຳລັງໃຈພ້ອມກັນຜ່ານຜ່າໂລກລະບາດ, ກອງບັນຊາການທະຫານແຂວງດັ໊ກນົງ ໄດ້ມອບເຂົ້າສານ 5 ໂຕນ, ໝີ່ສໍາເລັດຮູບ 200 ແກັດ ແລະວັດຖຸອຸປະກອນການແພດຫຼາຍຢ່າງ (ມູນຄ່າກວ່າ 200 ລ້ານດົ່ງ) ໃຫ້ກົມກອງຂອງເພື່ອນ. ນີ້ແມ່ນຂອງຂວັນທີ່ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງກອງທັບສອງປະເທດ ແລະນ້ຳໃຈຂອງແຂວງດັ໊ກນົງ ທີ່ມີຕໍ່ພໍ່ແມ່ປະຊາຊົນຫວຽດນາມ ທີ່ກໍາລັງທໍາມາຫາກິນ, ເຮັດວຽກຢູ່ກໍາປູເຈຍ.

ຕາມທ່ານພັນເອກພິເສດ ດິງຮົ່ງຕ໊ຽງ, ຫົວໜ້າກອງບັນຊາການທະຫານແຂວງດັ໊ກນົງ ແລ້ວ, ນັບແຕ່ຕົ້ນປີ 2021 ມາຮອດປະຈຸບັນ, ກົມກອງໄດ້ຈັດຕັ້ງການມອບ-ຮັບຂອງຂວັນໃຫ້ກໍາລັງປະກອບອາວຸດ ແລະປະຊາຊົນແຂວງ Mondulkiri  3 ເທື່ອແລ້ວ, ຈໍານວນຂອງຂວັນເຖິງວ່າບໍ່ຫຼາຍ, ແຕ່ກໍ່ມີຄວາມໝາຍຢ່າງຍິ່ງໃຫຍ່, ປະກອບສ່ວນແບ່ງປັນຄວາມຫຍຸ້ງຍາກ, ເພີ່ມພູນຄູນສ້າງນໍ້າໃຈສາມັກຄີ ແລະສ້າງຄວາມໄວ້ເນື້ອເຊື່ອໃຈ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ບໍລິເວນຊາຍແດນ.

ໂດຍ: ໄຊນີດາ