ກ່າວຄຳເຫັນທີ່ກອງປະຊຸມ, ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນລະຫວ່າງຫວຽດນາມ ແລະກຳປູເຈຍ ສືບຕໍ່ຮັກສາທ່າພັດທະນາທີ່ສະດວກເຖິງວ່າພະຍາດໂຄວິດ-19 ມີການຜັນແປສັບສົນຫຼາຍຢ່າງຢູ່ແຕ່ລະປະເທດກໍ່ຕາມ; ພ້ອມທັງຢືນຢັນວ່າ ລັດຖະບານ ແລະປະຊາຊົນຂອງສອງປະເທດໄດ້ສະຫງວນການຊ່ວຍເຫຼືອທີ່ມີຄ່າໃຫ້ແກ່ກັນ ແລະທັນການເພື່ອຮັບມືກັບພະຍາດໂຄວິດ-19. ຄຽງຂ້າງນັ້ນ, ອົງການຊາຍແດນຂອງສອງປະເທດກໍ່ຄືບັນດາທ້ອງຖິ່ນຂອງສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດເອກະສານນິຕິກຳສອງສະບັບທີ່ບັນທຶກຜົນສຳເລັດຂອງການຂີດເສັ້ນ-ປັກຫຼັກໝາຍຊາຍແດນຢູ່ເສັ້ນຊາຍແດນທາງບົກລະຫວ່າງສອງປະເທດປະມານ 84% ລົງນາມໃນວັນທີ 5 ຕຸລາ 2019 ແລະມີຜົນສັກສິດໃນວັນທີ 22 ທັນວາ 2020 ເປັນຕົ້ນມາ.

leftcenterrightdel
ຫຼັກໝາຍຊາຍແດນເລກທີ 313. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບທິດທາງວຽກງານໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປະຕິບັດຂໍ້ຕົກລົງໃນການຄຸ້ມຄອງຊາຍແດນ, ຫຼັກໝາຍຊາຍແດນ; ແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງ (ປະມານ 16%) ເທື່ອລະກ້າວ; ກະກຽມເນື້ອໃນຮັບໃຊ້ກອງປະຊຸມລະຫວ່າງປະທານຄະນະກຳມະການປະສົມຂີດເສັ້ນ-ປັກຫຼັກໝາຍຊາຍແດນຫວຽດນາມ-ກຳປູເຈຍ, ກຳປູເຈຍ-ຫວຽດນາມ ຄາດວ່າຈະຈັດຂຶ້ນໃນໄລຍະຈະມາເຖິງໃຫ້ເປັນຢ່າງດີ; ພ້ອມທັງຮ່ວມກັນຄົ້ນຄວ້າຮູບແບບການແລກປ່ຽນຢ່າງມີໄຫວພິບເພື່ອແກ້ໄຂບັນຫາຊາຍແດນ, ປະກອບສ່ວນເຂົ້າໃນການປັບປຸງ ແລະກໍ່ສ້າງເສັ້ນຊາຍແດນຫວຽດນາມ-ກຳປູເຈຍ ໃຫ້ມີສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ຮ່ວມມື ແລະພັດທະນາແບບຍືນຍົງ.

ໂດຍ: ທະນາພອນ