ກອງປະຊຸມໄດ້ຈັດຕັ້ງຜ່ານລະບົບທາງໄກດ້ວຍສະຖານທີ່ເຊື່ອມຕໍ່ເກືອບ 250 ຈຸດ, ລວມມີສະຖານທີ່ເຊື່ອມຕໍ່ຢູ່ຮ່າໂນ້ຍ ແລະຢູ່ 10 ແຂວງທີ່ມີເສັ້ນຊາຍແດນຮ່ວມກັບກໍາປູເຈຍ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຢູ່ສະຖານທີ່ເຊື່ອມຕໍ່ຮ່າໂນ້ຍ. ພາບ: qdnd.vn.

ທີ່ກອງປະຊຸມ, ນັກບັນລະຍາຍຂອງກະຊວງການຕ່າງປະເທດ ໄດ້ແຈ້ງໃຫ້ຜູ້ແທນຮັບຊາບກ່ຽວກັບຄວາມຄືບໜ້າໃນການພົວພັນລະຫວ່າງຫວຽດນາມ-ກໍາປູເຈຍ; ວິວັດການເຈລະຈາໂດຍສັງເຂບ, ຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນລະຫວ່າງສອງປະເທດ; ເຜີຍແຜ່ເນື້ອໃນເອກະສານນິຕິກໍາສອງສະບັບທີ່ຫາກໍ່ມີຜົນສັກສິດນັ້ນແມ່ນ “ສົນທິສັນຍາສະບັບເພີ່ມເຕີມຂອງສົນທິສັນຍາວ່າດ້ວຍການກໍານົດເສັ້ນຊາຍແດນແຫ່ງຊາດປີ 1985 ແລະສົນທິສັນຍາສະບັບເພີ່ມເຕີມ ປີ 2005 ລະຫວ່າງ ສສ ຫວຽດນາມ ແລະລາຊະອານາຈັກກຳປູເຈຍ” (ເອີ້ນຫຍໍ້ວ່າ ສົນທິສັນຍາສະບັບເພີ່ມເຕີມປີ 2019) ແລະ “ອະນຸສັນຍາວ່າດ້ວຍການຂີດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນທາງບົກລະຫວ່າງ ສສ ຫວຽດນາມ ແລະລາຊະອານາຈັກກໍາປູເຈຍ” (ເອີ້ນຫຍໍ້ວ່າ ອະນຸສັນຍາວ່າດ້ວຍການຂີດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນປີ 2019); ພ້ອມທັງກໍານົດທິດໜ້າທີ່ຈຸດສຸມ, ເປັນຕົ້ນແມ່ນໜ້າທີ່ໃນການໂຄສະນາທີ່ຄວນຜັນຂະຫຍາຍໃນໄລຍະຈະມາເຖິງ, ປະກອບສ່ວນສ້າງເສັ້ນຊາຍແດນທາງບົກລະຫວ່າງຫວຽດນາມ-ກໍາປູເຈຍ ໃຫ້ມີສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ, ຜ່ານນັ້ນຕອບໂຕ້ກັບຂໍ້ມູນທີ່ຜິດພາດ, ຖ້ອຍທໍານອງບິດເບືອນກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງຊາຍແດນທາງບົກລະຫວ່າງສອງປະເທດ.

ໂດຍ: ເຈິ່ນຮວ່ຽນ