ເຂົ້າຮ່ວມພິທີມອບຮັບມີທ່ານ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ; ທ່ານ ບຸ່ຍດີ່ງລອງ ຮອງປະທານຄະນະກໍາມະການປະຊາຊົນແຂວງເງະອານ.

leftcenterrightdel
ຜູ້ຕາງໜ້າການນໍາສອງແຂວງເງະອານ ແລະບໍລິຄໍາໄຊ ລົງນາມໃນບົດບັນທຶກມອບຮັບກິດຈະກຳສຸກສາລາທະຫານ ແລະປະຊາຊົນນໍ້າອອນ. ພາບ: ຮຸ່ງຟອງ.

ຄະນະກໍາມະການປະຊາຊົນແຂວງເງະອານ ໄດ້ມອບກິດຈະກຳສຸກສາລາທະຫານ ແລະປະຊາຊົນນໍ້າອອນ ດ້ວຍມູນຄ່າ 15 ຕື້ດົ່ງ ໃຫ້ເມືອງໄຊຈໍາພອນ, ແຂວງບໍລິຄໍາໄຊ ເພື່ອປະກອບສ່ວນສົ່ງເສີມສຸຂະພາບໃຫ້ພໍ່ແມ່ປະຊາຊົນໃນບໍລິເວນ, ຄວບຄຸມພະຍາດໂຄວິດ-19 ຢ່າງທັນການ, ມີປະສິດທິຜົນ; ພ້ອມທັງໜູນຊ່ວຍດ້ານສະບຽງອາຫານ, ວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ດ້ວຍມູນຄ່າ 250 ລ້ານດົ່ງ ໃຫ້ອໍານາດການປົກຄອງ ແລະກໍາລັງປະກອບອາວຸດແຂວງບໍລິຄໍາໄຊ.

leftcenterrightdel
ແຂວງເງະອານ ມອບສະບຽງອາຫານ, ວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ດ້ວຍມູນຄ່າ 250 ລ້ານດົ່ງ ໃຫ້ແຂວງບໍລິຄໍາໄຊ. ພາບ: ຮຸ່ງຟອງ.
leftcenterrightdel
ການນໍາອຳນາດການປົກຄອງແຂວງບໍລິຄໍາໄຊ ມອບໃບຍ້ອງຍໍໃຫ້ກອງບັນຊາການທະຫານຊາຍແດນແຂວງເງະອານ. ພາບ: ຮຸ່ງຟອງ.

ໃນໂອກາດນີ້, ອຳນາດການປົກຄອງແຂວງບໍລິຄໍາໄຊ ໄດ້ມອບໃບຍ້ອງຍໍໃຫ້ຄະນະກໍາມະການປະຊາຊົນແຂວງເງະອານ ແລະກອງບັນຊາການທະຫານຊາຍແດນແຂວງເງະອານ.

ກໍ່ເນື່ອງໃນໂອກາດນີ້, ຄະນະປະຕິບັດງານຂອງຄະນະກໍາມະການປະຊາຊົນແຂວງເງະອານ ກໍ່ໄດ້ໄປຢ້ຽມຢາມ, ລະດົມກໍາລັງໃຈພະນັກງານ, ນັກຮົບຢູ່ປ້ອມຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ບໍລິເວນຕິດກັບສອງແຂວງ ເງະອານ ແລະຮ່າຕີ໋ງ; ພະນັກງານ, ນັກຮົບຄ້າຍທະຫານຊາຍແດນແທັງທຸ໋ຍ ແລະຄ້າຍທະຫານຊາຍແດນງອັກເລິມ ແລະທະຫານຊາຍແດນແຂວງເງະອານ.

ໂດຍ: ເຈິ່ນຮວ່ຽນ