ຄືດັ່ງໄດ້ຢັ້ງຢືນມາຫຼາຍເທື່ອແລ້ວ, ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະພື້ນຖານນິຕິກໍາຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕສໍາລັບສອງໝູ່ເກາະຮວ່າງຊາ ແລະເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດ.

ເລື່ອງ ໄຕ້ຫວັນ ຈັດຕັ້ງການຝຶກຊ້ອມຍິງລູກປືນແທ້ຢູ່ເຂດທະເລອ້ອມເກາະບາບີງ ຂຶ້ນກັບໝູ່ເກາະເຈື່ອງຊາຂອງຫວຽດນາມ ແມ່ນການລ່ວງລະເມີດອະທິປະໄຕຜືນແຜ່ນດິນຂອງຫວຽດນາມ ສຳລັບໝູ່ເກາະນີ້ຢ່າງຮ້າຍແຮງ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງໃນການເດີນທະເລ, ກໍ່ຄວາມເຄັ່ງຕຶງ ແລະເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ຫວຽດນາມ ເດັດດ່ຽວຄັດຄ້ານ ແລະຮຽກຮ້ອງຝ່າຍໄຕ້ຫວັນ ຈົ່ງຍົກເລີກການຝຶກຊ້ອມຢ່າງຜິດກົດໝາຍດັ່ງກ່າວ ແລະບໍ່ໄດ້ດຳເນີນການກະທຳຄືດັ່ງກ່າວໃນອະນາຄົດ.

ໂດຍ: ເຈິ່ນຮວ່ຽນ