ພາຍຫຼັງເກືອບ 8 ຊົ່ວໂມງທີ່ເດີນທາງດ້ວຍລົດໂອໂຕ, ພະນັກງານ, ນັກຮົບ 6/78 ຄົນສັງກັດກອງບັນຊາການທະຫານແຂວງແທັງຮ໊ວາ ໄດ້ມີໜ້າຢູ່ຄ້າຍທະຫານຊາຍແດນແຕ໊ນຕັ່ນ (ທະຫານຊາຍແດນແຂວງແທັງຮ໊ວາ) ຢູ່ເມືອງເມື່ອງລາດ. ຫົວໜ້າຄ້າຍແຈ້ງໃຫ້ຮັບຊາບສະພາບການ, ໜ້າທີ່ຂອງກົມກອງ, ບໍລິເວນຕັ້ງທັບ ແລະຈັດຕັ້ງຝຶກອົບຮົມບັນດາເນື້ອໃນພື້ນຖານ, ແທດຈິງໃນວຽກງານລາດຕະເວນ, ຄວບຄຸມ, ປົກປັກຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນ, ໂດຍສະເພາະແມ່ນການຄວບຄຸມຄົນ, ພາຫະນະໄປມາຜ່ານຊາຍແດນ, ວິທີການຕໍ່ສູ້ກັບເປົ້າໝາຍເຂົ້າເມືອງຢ່າງຜິດກົດໝາຍ..., ຈັດແບ່ງພະນັກງານ, ນັກຮົບເພີ່ມທະວີກຳລັງໃຫ້ບັນດາໜ່ວຍ, ດ່ານປ້ອງກັນຊາຍແດນ.

leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນນາແມ່ວ (ທະຫານຊາຍແດນແຂວງແທັງຮ໊ວາ) ແລະກຳລັງເພີ່ມທະວີດຳເນີນການລາດຕະເວນ. ພາບ: qdnd.vn.

ທ່ານພັນໂທ ເລວັນຖັ໊ງ, ຜູ້ຊ່ວຍວຽກສູ້ຮົບ-ອົບຮົມກອງພັນໃຫຍ່ 762 (ກອງບັນຊາການທະຫານແຂວງແທັງຮ໊ວາ) ແບ່ງປັນວ່າ: “ໂດຍແມ່ນທະຫານ, ເຖິງວ່າຢູ່ໃນສະຖານະການໃດກໍ່ຕ້ອງມານະພະຍາຍາມເພື່ອປະຕິບັດສຳເລັດໜ້າທີ່ເປັນຢ່າງດີ. ຕໍ່ໜ້າການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19, ອ້າຍນ້ອງຂ້າພະເຈົ້າລ້ວນແຕ່ກໍານົດວ່າຕ້ອງປະກອບກຳລັງເຫື່ອແຮງເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ເຂດຊາຍແດນໃຫ້ມີປະສິດທິຜົນ”.

ກອງບັນຊາການທະຫານແຂວງຮ່າຕິ້ງ ກໍ່ໄດ້ຈັດສົ່ງພະນັກງານ, ນັກຮົບ 32 ຄົນລົງເພີ່ມກຳລັງໃຫ້ທະຫານຊາຍແດນຢູ່ບັນດາເມືອງຊາຍແດນເຮືອງເຊິນ, ຫວູກວາງ ແລະເຮືອງເຄ. ພາຍຫຼັງດຳເນີນການລາດຕະເວນໃນເວລາ 2 ຊົ່ວໂມງ, ເມື່ອພົບພວກຂ້າພະເຈົ້າ, ທ່ານພັນຕີ ໂຕດິ່ງແທັ່ງ, ພະນັກງານສັງກັດກອງບັນຊາການທະຫານນະຄອນຮ່າຕິ້ງ, ແບ່ງປັນຄວາມໃນໃຈວ່າ: “ເຖິງວ່າຄອບຄົວປະສົບກັບຄວາມຫຍຸ້ງຍາກແຕ່ເມື່ອກົມກອງຜັນຂະຫຍາຍແຜນການເພີ່ມກຳລັງປ້ອງກັນ, ຕ້ານພະຍາດໂຄວິດ-19, ຂ້າພະເຈົ້າ ແລະເພື່ອນຮ່ວມກົມກອງ 4 ຄົນຢູ່ກອງບັນຊາການທະຫານນະຄອນຮ່າຕິ້ງ ໄດ້ຕະລຸມບອນອອກເດີນທາງ. ຂ້າພະເຈົ້າໄດ້ສັບຊ້ອນເຮັດວຽກຢູ່ດ່ານເລກທີ 5 ສັງກັດຄ້າຍທະຫານຊາຍແດນດ່ານສາກົນເກົ່າແຈວ. ທຸກໆມື້, ເຖິງວ່າແດດຮ້ອນ ຫຼືຝົນຕົກກໍ່ຕາມ, ພວກຂ້າພະເຈົ້າລ້ວນແຕ່ຈັດແບ່ງກັນໄປລາດຕະເວນ, ເວນຍາມຕະຫຼອດ 24 ຊົ່ວໂມງເພື່ອສະກັດກັ້ນການເຂົ້າ-ອອກເມືອງຢ່າງຜິດກົດໝາຍ ແລະໂຄສະນາ, ຂົນຂວາຍປະຊາຊົນຢູ່ເຂດຊາຍແດນປະຕິບັດບັນດາຂໍ້ກຳນົດປ້ອງກັນ, ຕ້ານພະຍາດໂຄວິດ-19.

ຕາມທ່ານພັນເອກພິເສດ ກາວຫຶວເກື່ອງ, ຮອງຫົວໜ້າກອງບັນຊາການທະຫານຊາຍແດນແຂວງແທັງຮ໊ວາ ແລ້ວ, ປະຈຸບັນບັນດາຄ້າຍທະຫານຊາຍແດນສັງກັດທະຫານຊາຍແດນແຂວງພ້ອມກັບກຳລັງເພີ່ມທະວີ (ລວມມີຕຳຫຼວດ, ທະຫານ, ການແພດ) ຮັບປະກັນເວນຍາມ 100%, ຮັບຜິດຊອບລາດຕະເວນ, ຄວບຄຸມຢູ່ 38 ດ່ານ ແລະ 9 ໜ່ວຍຄວບຄຸມເຄື່ອນທີ່, ເວນຍາມບັນດາດ່ານທ້ອງຖິ່ນ, ດ່ານປະເພນີ, ພົບເຫັນ, ແກ້ໄຂບັນດາເປົ້າໝາຍຂ້າມຊາຍແດນຜິດກົດໝາຍ, ສະກັດກັ້ນພະຍາດໂຄວິດ-19 ແຜ່ລະບາດເຂົ້າປະເທດເຮົາ.

ບໍລິເວນຊາຍແດນທະຫານເຂດ 4 ທຸລະກັນດານ, ໄປມາຫຍຸ້ງຍາກ ແລະໂດຍສະເພາະອາກາດຮ້າຍແຮງ (ໃນລະຫວ່າງວັນທີ 4-5 ພຶດສະພາ ຜ່ານມາໄດ້ມີ 3 ດ່ານປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງທະຫານຊາຍແດນຢູ່ເຮື໊ອງຮ໊ວາ, ກວາງຈິ້ ແລະເມື່ອງລາດ, ແທັງຮ໊ວາ ຖືກຝົນຕົກ ແລະລົມໃຕ້ຝຸ່ນທຳລາຍຖືກເປ່ເພໜັກ), ແຕ່ວ່າພະນັກງານ, ນັກຮົບທະຫານຊາຍແດນ ແລະກຳລັງເພີ່ມທະວີປະຕິບັດໜ້າທີ່ຢູ່ບັນດາໜ່ວຍ, ດ່ານຢູ່ເຂດຊາຍແດນ ຍາມໃດກໍ່ກຳນົດໜ້າທີ່ເປັນຢ່າງດີ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກເພື່ອປົກປ້ອງການດຳລົງຊີວິດຢູ່ເຢັນເປັນສຸກໃຫ້ປະຊາຊົນ.

ໂດຍ: ແສງເດືອນ