leftcenterrightdel
ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນລຶວຈຸງ ຮອງປະທານຄະນະກຳມະການປະຊາຊົນແຂວງກຽນຢາງ ໃຫ້ຮູ້ວ່າ ປັດຈຸບັນຄວາມຫຍຸ້ງຍາກທີ່ສຸດໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນບໍລິເວນແຂວງແມ່ນສະພາບການເຂົ້າເມືອງຝ່າຍເຂດຊາຍແດນສືບຕໍ່ເພີ່ມຂຶ້ນ ແລະມີການຜັນແປຢ່າງສັບສົນ. ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີໃຫ້ແຂວງກຽນຢາງ ຕ້ອງເປັນເຈົ້າການໃນການຍົກອອກສະພາບການເຕືອນໄພຢູ່ໃນລະດັບສູງກວ່າ ແລະກະກຽມໃຫ້ແກ່ທຸກກໍລະນີຮ້າຍແຮງທີ່ສຸດທີ່ອາດຈະເກີດຂຶ້ນ, ຄື: ບັນຫາຕິດເຊື້ອໃນຊຸມຊົນ, ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນສູງ… ພ້ອມກັນນັ້ນ, ທາງແຂວງກໍ່ພິຈາລະນາການສະກັດກັ້ນ, ຄວບຄຸມເຂດຊາຍແດນທາງບົກ ແລະທາງທະເລແມ່ນວິທີການຕັດສິນຊີ້ຂາດໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ເພີ່ມທະວີການຂົນຂວາຍ, ໂຄສະນາເພື່ອໃຫ້ປະຊາຊົນແຕ່ລະຄົນກາຍເປັນຜູ້ຮ່ວມງານໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.

ແຫຼ່ງຄັດຈາກ: vovworld.vn