ນັ້ນແມ່ນຈົດໝາຍຈາກພວກນ້ອງນ້ອຍສົ່ງໄປໃຫ້ອາວທະຫານທີ່ປະຕິບັດໜ້າທີ່ຢູ່ເຈື່ອງຊາ; ແມ່ນປຶ້ມເພື່ອໃຫ້ອາວທະຫານຢູ່ໝູ່ເກາະຂຽນຄໍາອວຍພອນ, ເຊັນຊື່; ແມ່ນຮູບພາບທຸງຊາດ ຫຼື ບົດເພງຍ້ອງຍໍເຈື່ອງຊາວິລະຊົນ... ກິລິຍາ ແລະອາລົມຈິດນັ້ນຈະກາຍເປັນກໍາລັງໜູນເພື່ອໃຫ້ພະນັກງານ, ນັກຮົບຜ່ານຜ່າທຸກຄວາມຫຍຸ້ງຍາກ, ປະຕິບັດສຳເລັດໜ້າທີ່, ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະທີ່ສັກກາລະບູຊາຂອງປະເທດຊາດ.

ນັກຂ່າວໜັງສືພິມກອງທັບປະຊາຊົນອອນລາຍ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບທີ່ສະເທືອນໃຈຂອງຄະນະປະຕິບັດງານກົມໃຫຍ່ການເມືອງກັບພະນັກງານ, ນັກຮົບຢູ່ໝູ່ເກາະເຈື່ອງຊາ ແລະຮ້ານເວນຍາມ DK1.

leftcenterrightdel
ເຮືອກາໂນ ຂົນສົ່ງສິນຄ້າ, ຂອງຂວັນຂອງຄະນະປະຕິບັດງານໄປຢ້ຽມຢາມ, ກວດກາຢູ່ເມືອງໝູ່ເກາະເຈື່ອງຊາ, ຮ້ານເວນຍາມ DK1 ປີ 2021 ສົ່ງໃຫ້ທະຫານ ແລະປະຊາຊົນຢູ່ຕາມເກາະຕ່າງໆ. ພາບ: qdnd.vn.
leftcenterrightdel
ບັນດາກົມກອງນໍາເອົາທຸງຊາດເພື່ອໃຫ້ພະນັກງານ, ນັກຮົບເຊັນຊື່. ພາບ: qdnd.vn.
leftcenterrightdel
ຜູ້ແທນຄະນະປະຕິບັດງານ ແລະນັກຮົບເກາະນຸ໊ຍແລອາ ພ້ອມຍົກສູງຄັນທຸງຢູ່ທ່າມກາງທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ. ພາບ: qdnd.vn.
leftcenterrightdel
ຜູ້ແທນມອບປຶ້ມໃຫ້ພວກຫຼານເຍົາວະຊົນຢູ່ເກາະຊອງຕື້ໄຕ. ພາບ: qdnd.vn.
leftcenterrightdel
ພະນັກງານ, ນັກຮົບເກາະເຈື່ອງຊາອ່ານຈົດໝາຍຂອງພວກນ້ອງນ້ອຍທີ່ສົ່ງມາຈາກເຂດດິນຕໍ່ແຜ່ນ. ພາບ: qdnd.vn.
leftcenterrightdel
ບັນດາຮູບພາບຂອງພວກນ້ອງນ້ອຍແຕ້ມ. ພາບ: qdnd.vn.
leftcenterrightdel
ກະວີສົ່ງໃຫ້ອາວທະຫານທີ່ປະຕິບັດໜ້າທີ່ຢູ່ເຈື່ອງຊາ. ພາບ: qdnd.vn.
leftcenterrightdel
ຄ້າຍທະຫານຊາຍແດນເຈື່ອງຊາ ອ່ານຈົດໝາຍຈາກເຂດດິນຕໍ່ແຜ່ນດ້ວຍຄວາມເບີກບານມ່ວນຊື່ນ. ພາບ: qdnd.vn.
leftcenterrightdel
ທ່ານພັນເອກ ບຸ່ຍເທ໊ກີ໋, ຫົວໜ້າຫ້ອງການວຽກງານມະຫາຊົນ, ກົມການເມືອງ, ທະຫານເຂດ 4 ກັບຮູບພາບທຸງຊາດທີ່ແຕ້ມດ້ວຍເລືອດຂອງຕົນ. ພາບ: qdnd.vn.
leftcenterrightdel
ທ່ານພົນຈັດຕະວາ ໂງວັນທວນ, ຫົວໜ້າການເມືອງທະຫານເຮືອເຂດ 4 ລະດົມກໍາລັງໃຈພະນັກງານ, ນັກຮົບຢູ່ເກາະນຸ໊ຍແລອາ. ພາບ: qdnd.vn.
leftcenterrightdel
ເວລານາທີທີ່ຕື້ນຕັນໃຈ.  ພາບ: qdnd.vn.

ໂດຍ: ເຈິ່ນຮວ່ຽນ