ໃນລະຫວ່າງວັນທີ 12-13 ເມສາ, ທີ່ດ່ານຊາຍແດນ: ມົກບ່າຍ, ຊາມ໊າດ ແລະເຕິນນາມ (ແຂວງໄຕນິງ), ກອງບັນຊາການທະຫານຊາຍແດນແຂວງໄຕນິງ ໄດ້ມອບຂອງຂວັນ ແລະອວຍພອນປີໃໝ່ກໍາລັງປະກອບອາວຸດ 3 ແຂວງ Svay Rieng, Tbong Khmum ແລະ Pray Veng ຂອງກໍາປູເຈຍ.  ຜູ້ບັນຊາການກອງບັນຊາການທະຫານຊາຍແດນແຂວງໄຕນິງ ໄດ້ສົ່ງຄໍາອວຍພອນມາຍັງພະນັກງານ, ນັກຮົບປະເທດເພື່ອນມິດ, ພ້ອມທັງສະແດງຄວາມປາດຖະໜາຢາກເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງປະເທດ, ສອງຊາດ ແລະກໍາລັງປະກອບອາວຸດສອງປະເທດໃຫ້ນັບມື້ນັບໝັ້ນແກ່ນ.

leftcenterrightdel
ພະນັກງານຄ້າຍທະຫານຊາຍແດນເບີ່ອີ, ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ມອບຂອງຂວັນ, ອວຍພອນປີໃໝ່ກໍາລັງປ້ອງກັນຊາຍແດນຂອງລາວ. ພາບ: bienphong.com.vn.

ວັນທີ 14 ເມສາ, ຄ້າຍທະຫານຊາຍແດນລ່າງຮໍ, ກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ໄດ້ສົມທົບກັບຄ້າຍທະຫານຊາຍແດນເຮື໊ອງເລິບ, ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ຈັດຕັ້ງການຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ກໍາລັງປ້ອງກັນຊາຍແດນ ແລະປະຊາຊົນບ້ານຈ່ຽງຕຸບ, ເມືອງເຊໂປນ, ແຂວງສະຫວັນນະເຂດ ເນື່ອງໃນໂອກາດບຸນປີໃໝ່ລາວ.

ກໍ່ໃນວັນທີ 14 ເມສາ, ທີ່ດ່ານຊາຍແດນບູປຣັງ (ແຂວງດັກນົງ), ກອງບັນຊາການທະຫານຊາຍແດນແຂວງດັກລັກ ໄດ້ໄປອວຍພອນ ແລະມອບຂອງຂວັນໃຫ້ກໍາລັງປະກອບອາວຸດແຂວງ Mondulkiri (ປະເທດກໍາປູເຈຍ).

ໂດຍ: ທູຈາງ