ພົບປະເຈລະຈາກ່ຽວກັບການເປີດດ່ານປະເພນີຢູ່ຫຼັກໝາຍ 65 ເສັ້ນຊາຍແດນຫວຽດນາມ-ລາວ
ກປ.ອອນໄລ - ວັນທີ 12 ເມສາ, ຢູ່ຫຼັກໝາຍ 65 ເສັ້ນຊາຍແດນຫວຽດນາມ-ລາວ, ຄະນະຜູ້ແທນແຂວງດ້ຽນບຽນ (ຫວຽດນາມ) ນໍາໂດຍສະຫາຍ ວືອາບັ່ງ, ຮອງປະທານຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ແລະຄະນະຜູ້ແທນແຂວງຜົ້ງສາລີ (ສປປ ລາວ) ນໍາໂດຍສະຫາຍ ຄໍາເຫຼັກ ໃຈອິສານ, ຮອງເຈົ້າແຂວງໆຜົ້ງສາລີ ໄດ້ດໍາເນີນການສໍາຫຼວດຢູ່ພື້ນທີ່ ແລະພົບປະເຈລະຈາກ່ຽວກັບການເປີດດ່ານປະເພນີຢູ່ເຂດຫຼັກໝາຍ 65.