leftcenterrightdel
ກອງບັນຊາການທະຫານຊາຍແດນແຂວງເງະອານ ມອບຂອງຂວັນ, ອວຍພອນປີໃໝ່ກອງບັນຊາການທະຫານແຂວງຊຽງຂວາງ. ພາບ: ເລແທກ.

ການນໍາກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ສົ່ງຄໍາອວຍພອນປີໃໝ່ອັນດີງາມມາຍັງໝູ່ຄະນະພະນັກງານ, ນັກຮົບກໍາລັງປະກອບອາວຸດ ແລະພະນັກງານ, ປະຊາຊົນລາວບັນດາເຜົ່າຢູ່ແຂວງຫົວພັນ, ຊຽງຂວາງ ແລະບໍລິຄໍາໄຊ ເນື່ອງໃນໂອກາດບຸນປີໃໝ່ລາວ; ອວຍພອນໃຫ້ສາຍພົວພັນລະຫວ່າງກ້ອນກໍາລັງຕ່າງໆ, ອໍານາດການປົກຄອງ ແລະປະຊາຊົນທີ່ຢູ່ສອງຟາກຊາຍແດນນັບມື້ນັບມີຄວາມຜູກພັນກັນຢ່າງໝັ້ນແກ່ນ, ປະກອບສ່ວນກໍ່ສ້າງຊາຍແດນຫວຽດນາມ-ລາວ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມືພ້ອມກັນພັດທະນາ.

leftcenterrightdel
ກອງບັນຊາການທະຫານຊາຍແດນແຂວງເງະອານ ມອບຂອງຂວັນ, ອວຍພອນປີໃໝ່ກອງບັນຊາການທະຫານແຂວງຫົວພັນ. ພາບ: ເລແທກ.

ໂອກາດນີ້, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນແຂວງເງະອານ ແລະກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບ 3 ແຂວງດັ່ງກ່າວໄດ້ແລກປ່ຽນສະພາບການທີ່ກ່ຽວຂ້ອງໃນການພົວພັນສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນຂອງສອງຝ່າຍໃນໄລຍະຜ່ານມາ; ພ້ອມທັງເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນ, ຜັນຂະຫຍາຍການປະຕິບັດບັນດາເນື້ອໃນໜ້າທີ່ຮ່ວມມືໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຄວາມສະຫງົບຢູ່ເຂດຊາຍແດນ, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນຊາຍແດນສອງຝ່າຍໃນໄລຍະຈະມາເຖິງ. ພິເສດແມ່ນໃນວຽກງານສົມທົບກັນລາດຕະເວນເພື່ອຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ຄຸ້ມຄອງດ່ານຊາຍແດນ; ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດ, ການເຂົ້າ-ອອກເມືອງຜິດກົດໝາຍ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ມີປະສິດທິຜົນ; ພ້ອມກັນສ້າງເສັ້ນຊາຍແດນລວມລະຫວ່າງສອງປະເທດໃຫ້ມີສັນຕິພາບ, ສະຖຽນລະພາບ, ຮ່ວມມືພ້ອມກັນພັດທະນາໃຫ້ຍືນຍົງ ແລະຍາວນານ.

ໂດຍ: ໄຊຊະນະ