leftcenterrightdel
ຜູ້ບັນຊາການຄ້າຍທະຫານຊາຍແດນກ່າຣ່ອງ ແລະຄ້າຍທະຫານຊາຍແດນໂກ່ນຣວ່າງ ມອບຂອງຂວັນໃຫ້ພະນັກງານ, ນັກຮົບກອງຮ້ອຍທະຫານຊາຍແດນ 316, ລາວ. ພາບ: ແທັ່ງຟຸ.

ໂອກາດນີ້, ບັນດາກົມກອງໄດ້ມອບເຂົ້າສານ 1,5 ໂຕນ, ເກືອ 1 ໂຕນ, ນໍ້າປາ 200 ລິດ, ໝີ່ສຳເລັດຮູບ 100 ແກັດ, ປາແຫ້ງ 50 ກິໂລກຣາມ, ປຶ້ມຂຽນ 1.200 ຫົວ, ບິກ 1.000 ກ້ານ, ແນວພັນປູກ 1 ກິໂລກຣາມ, ໂສ້ງເສື້ອໃໝ່, ອຸປະກອນການຮຽນໃຫ້ປະຊາຊົນ ແລະກຳລັງທີ່ກ່ຽວຂ້ອງຂອງລາວ. ຂອງຂວັນມີມູນຄ່າທັງໝົດເກືອບ 62 ລ້ານດົ່ງ.

ນີ້ແມ່ນວຽກງານແທດຈິງ, ມີຄວາມໝາຍ, ແນໃສ່ແບ່ງປັນຄວາມເບີກບານມ່ວນຊື່ນກັບປະຊາຊົນ ແລະບັນດາກຳລັງທີ່ກ່ຽວຂ້ອງຊອງລາວ ໃນຊຸມວັນບຸນປີໃໝ່; ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ ໃນພາລະກິດປົກປັກຮັກສາອະທິປະໄຕຊາຍແດນຂອງແຕ່ລະປະເທດ.

ໂດຍ: ເຈິ່ນຮວ່ຽນ