ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ “ຄືດັ່ງໄດ້ຢັ້ງຢືນມາຫຼາຍຄັ້ງແລ້ວ, ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະພື້ນຖານນິຕິກໍາຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕສໍາລັບໝູ່ເກາະຮວ່າງຊາ ແລະເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນກໍ່ຄືອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານສໍາລັບເຂດທະເລທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກ ໄດ້ກໍານົດຢ່າງສອດຄ່ອງກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທຸກຮູບການໂຄສະນາ, ເຜີຍແຜ່ບັນດາເນື້ອໃນທີ່ຜິດກັບຄວາມຈິງຂອງປະຫວັດສາດ ແລະກົດໝາຍສາກົນລ້ວນແຕ່ບໍ່ມີຄຸນຄ່າ, ບໍ່ສາມາດປ່ຽນແປງໄດ້ຄວາມຈິງທີ່ວ່າແມ່ນອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະຮວ່າງຊາ ແລະເຈື່ອງຊາ ກໍ່ຄືຄວາມຈິງກ່ຽວກັບບັນຫາຢູ່ທະເລຕາເວັນອອກ.

ຫວຽດນາມ ຮຽກຮ້ອງໃຫ້ບັນດາວິສາຫະກິດຈົ່ງເຄົາລົບອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະຮວ່າງຊາ ແລະເຈື່ອງຊາ ກໍ່ຄືອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານສໍາລັບເຂດທະເລທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກ”.

ໂດຍ: ເຈິ່ນຮວ່ຽນ