ແຂວງກວ໊າງຈິ ແລະແຂວງສະຫວັນນາເຂດ ກໍ່ຕົກລົງກັນສືບຕໍ່ເພີ່ມທະວີການຮ່ວມມືໂຄສະນາ, ສຶກສາອົບຮົມໃຫ້ປະຊາຊົນຍົກສົງຄວາມຮູ້ກ່ຽວກັບລະບຽບການເຂດຊາຍແດນລວມຫວຽດນາມ-ລາວ, ພ້ອມທັງເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ວິວັດການຮ່ວມມືພັດທະນາເສດຖະກິດ, ວັດທະນະທຳ - ສັງຄົມ ໄປຄຽງຄູ່ກັບໜ້າທີ່ປອງກັນຊາດ-ປ້ອງກັນຄວາມສະຫງົບເພື່ອແນໃສ່ປັບປຸງການດໍາລົງຊີວິດຂອງປະຊາຊົນຢູ່ເຂດຕິດກັບຊາຍແດນສອງແຂວງ.

leftcenterrightdel
ການນຳແຂວງກວ໊າງຈິ ແລະສະຫວັນນາເຂດ ລົງນາມໃນຂໍ້ຕົກລົງຮ່ວມມືໄລຍະ 2020 – 2022. ພາບ: songoaivu.quangtri.gov.vn.

ສອງຝ່າຍໄດ້ຕີລາຄາໝາກຜົນຂອງການປະຕິບັດໜ້າທີ່ໃນໄລຍະທີ່ຜ່ານມາຂອງຄະນະກຳມະການຊາຍແດນລະຫວ່າງສອງປະເທດລາວ ແລະຫວຽດນາມ ເວົ້າລວມ ແລະຂອງຄະນະຊາຍແດນສອງແຂວງສະຫວັດນາເຂດ ແລະກວ້າງຈິ ເວົ້າສະເພາະ.

ສອງຝ່າຍໄດ້ຢັ້ງຢືນວ່າ ສະພາບຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງຢູ່ເຂດຊາຍແດນລະຫວ່າງສອງແຂວງໄດ້ຮັບປະກັນໂດຍພື້ນຖານ, ຍ້ອນມີການຊີ້ນຳນຳພາຢ່າງໃກ້ຊິດຈາກອຳນາດການປົກຄອງທຸກຂັ້ນຂອງສອງແຂວງ ແລະຄະນະຊາຍແດນສອງຝ່າຍ ຜ່ານການຈັດສົ່ງຄະນະປະຕິບັດງານໄປກວດກາເປັນປະຈຳຢູ່ລຽບຕາມເສັ້ນຊາຍແດນ ແລະບັນດາຫຼັກ  ໝາຍຊາຍແດນ, ພ້ອມກັນຮ່ວມມືແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ໃນເຂດ, ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຢ່າງທັນການ, ນັບທັງໄພຂຸດຄົ້ນໄມ້ເຖື່ອນ, ການຂ້າມຊາຍແດນຢ່າງຜິດກົດໝາຍ, ການຄ້າເຖື່ອນຢາເສບຕິດ.

ໂດຍ: ທູຈາງ