ເມື່ອສະແດງຄວາມຄິດເຫັນກ່ຽວກັບເລື່ອງວັນທີ 16 ກັນຍາຜ່ານມາ, ຝລັ່ງ, ເຢຍລະມັນ ແລະອັງກິດ ໄດ້ມີຈົດໝາຍທາງການທູດລວມກ່ຽວກັບບັນຫາທະເລຕາເວັນອອກ ທີ່ຍື່ນສະເໜີຕໍ່ສະຫະປະຊາຊາດ (ສປຊ), ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຢັ້ງຢືນຫຼັກໝັ້ນຂອງຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ ແມ່ນຍາມໃດກໍ່ມີຄວາມສະເໝີຕົ້ນສະເໝີປາຍ ແລະໄດ້ສະແດງອອກໃນຫຼາຍໂອກາດທີ່ແຕກຕ່າງກັນ: “ຫວຽດນາມ ຖືວ່າບັນດາປະເທດແບ່ງປັນຄວາມມຸ່ງມາດປາດຖະໜາ ແລະເປົ້າໝາຍລວມກ່ຽວກັບການປົກປັກຮັກສາ ແລະຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ທະເລຕາເວັນອອກ. ເພື່ອປະຕິບັດສິ່ງດັ່ງກ່າວ, ເລື່ອງເຄົາລົບນັບຖືຄວາມເປັນລະບຽບຮຽບຮ້ອຍດ້ານນິຕິກໍາຢູ່ທະເລ ແລະປະຕິບັດຄວາມຮັບຜິດຊອບຕໍ່ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ຢ່າງຄົບຖ້ວນ ແລະມີເຈດຕະນາດີແມ່ນສິ່ງທີ່ຈຳເປັນ. ຫວຽດນາມ ຊົມເຊີຍຫຼັກໝັ້ນຂອງບັນດາປະເທດກ່ຽວກັບບັນຫາທະເລຕາເວັນອອກທີ່ສອດຄ່ອງກັບກົດໝາຍສາກົນ ແລະແບ່ງປັນກ່ຽວກັບທັດສະນະທີ່ໄດ້ຍົກອອກໃນຖະແຫຼງການເນື່ອງໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ຜ່ານມາ ແລະແຈ້ງການຮ່ວມຂອງກອງປະຊຸມ AMM 53 ທີ່ຖືວ່າ: UNCLOS 1982 ແມ່ນກອບນິຕິກຳບໍລິຫານທຸກການກະທຳຢູ່ທະເລ ແລະມະຫາສະໝຸດ”.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: cand.vn

ພ້ອມກັບບັນດາປະເທດອາຊຽນ, ຫວຽດນາມ ປາດຖະໜາວ່າ ທຸກໆປະເທດ, ລວມທັງບັນດາປະເທດຄູ່ຮ່ວມມືຂອງອາຊຽນ ຈະມານະພະຍາຍາມປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ທະເລຕາເວັນອອກ ແລະແກ້ໄຂບັນດາການຂັດແຍ້ງກັນຜ່ານການເຈລະຈາ ແລະໂດຍສັນຕິວິທີຖືກຕາມກົດໝາຍສາກົນ, ເພື່ອຜົນປະໂຫຍດລວມຂອງພາກພື້ນ ແລະສາກົນ.

ກ່ຽວຂ້ອງເຖິງເລື່ອງສືບຕໍ່ວິວັດທະນາການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC ) ຄືນໃໝ່, ຫວຽດນາມ ປາດຖະໜາຢາກພ້ອມກັບບັນດາປະເທດທີ່ກ່ຽວຂ້ອງສືບຕໍ່ການເຈລະຈາ COC ຄືນໃໝ່ເພື່ອມຸ່ງໄປເຖິງການບັນລຸໄດ້ COC ທີ່ມີຄຸນນະພາບ, ສັງລວມ, ມີປະສິດທິພາບ, ມີປະສິດທິຜົນ ແລະ ສອດຄ່ອງກັບກົດໝາຍສາກົນ ແລະ UNCLOS 1982.

ໂດຍ: ທະນາພອນ