ທີ່ການເຈລະຈາ, ສອງຝ່າຍໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການທີ່ກ່ຽວຂ້ອງເຖິງວຽກງານຄຸ້ມຄອງຊາຍແດນ, ການປ້ອງກັນຕ້ານພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະແລກປ່ຽນຄໍາຄິດເຫັນກ່ຽວກັບທິດທາງການຮ່ວມມືຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນໃນໄລຍະຈະມາເຖິງ.

ພ້ອມກັນນັ້ນ, ສອງຝ່າຍກໍ່ໄດ້ປຶກສາຫາລືບາງເນື້ອໃນທິດທາງສົມທົບກັນໃນໄລຍະຈະມາເຖິງ, ນັ້ນແມ່ນ: ສອງຝ່າຍສືບຕໍ່ສົມທົບກັນໂຄສະນາ, ສຶກສາອົບຮົມໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນປະຕິບັດຕາມເອກະສານ 3 ສະບັບກ່ຽວກັບຊາຍແດນ, ບັນດາສັນຍາທີ່ໄດ້ລົງນາມ ແລະຂໍ້ກໍານົດຂອງແຕ່ລະຝ່າຍຢ່າງເຂັ້ມງວດ ແລະໂຄສະນາຍົກສູງສະຕິລະວັງຕົວໃນການປ້ອງກັນຕ້ານພະຍາດໂຄວິດ-19.

leftcenterrightdel
ຜູ້ຕາງໜ້າຄ້າຍທະຫານຊາຍແດນແຊນເທື້ອງ (ຫວຽດນາມ) ມອບຂອງຂວັນເປັນທີ່ລະນຶກໃຫ້ແກ່ກອງຮ້ອຍຄຸ້ມຄອງຊາຍແດນ Jiangcheng (ຈີນ). ພາບ: bienphong.com.vn.

ທີ່ການເຈລະຈາ, ຄ້າຍທະຫານຊາຍແດນແຊນເທື້ອງ ໄດ້ພາຄະນະຜູ້ແທນກອງຮ້ອຍຄຸ້ມຄອງຊາຍແດນ Jiangcheng ໄປສໍາຫຼວດສະຖານທີ່ຖືກເຊາະເຈື່ອນຢູ່ເຂດຫຼັກໝາຍຊາຍແດນເລກທີ 12 ແລະສະເໜີຝ່າຍຈີນ ລາຍງານຕໍ່ຂັ້ນເທິງວາງແຜນນະໂຍບາຍເພື່ອສົມທົບກັບຝ່າຍຫວຽດນາມ ແກ້ໄຂຢ່າງວ່ອງໄວແນໃສ່ຮັບປະກັນຄວາມປອດໄພ, ຮັກສາສະພາບເດີມຢູ່ເສັ້ນຊາຍແດນ.

ໂດຍ: ທູຈາງ