leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: baoquocte.vn.

ວັນທີ 17 ກັນຍາ, ທີ່ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄໍາຖາມທີ່ກ່ຽວຂ້ອງເຖິງເລື່ອງໃນວັນທີ 9 ກັນຍາ, fanpage ຂອງສະຖານທູດອາເມລິກາ ລົງແຜນທີ່ຂອງຫວຽດນາມ ແຕ່ບໍ່ມີໝູ່ເກາະເຈື່ອງຊາ ແລະຮວ່າງຊາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ: “ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ນັ້ນແມ່ນໝູ່ເກາະຮວ່າງຊາ ແລະເຈື່ອງຊາ ແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຜືນແຜ່ນດິນຂອງຫວຽດນາມໄດ້”.

ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ຕື່ມອີກວ່າ: "ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະພື້ນຖານນິຕິກໍາຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕສໍາລັບໝູ່ເກາະຮວ່າງຊາ ແລະເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ. ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໄດ້ສະແດງໃຫ້ເຫັນພາຍໃຕ້ຫຼາຍຮູບການທີ່ແຕກຕ່າງກັນ, ນັບທັງຢູ່ສະຫະປະຊາຊາດ ແລະໄດ້ຮັບການເຄົາລົບ, ສະໜັບສະໜູນຈາກຫຼາຍປະເທດ”.

ໂດຍ: ເຈິ່ນຮວ່ຽນ