ໃນບັນຍາກາດໄມຕີຈິດມິດຕະພາບ ແລະກໍ່ສ້າງ, ສອງຝ່າຍໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບບັນດາວຽກງານຂອງສອງໜ່ວຍປະຕິບັດງານ, ເຫັນດີເປັນເອກະສັນບົນພື້ນຖານຂັ້ນຕອນທີ່ໄດ້ເປັນເອກະພາບນຳກັນ, ມານະພະຍາຍາມຊຸກຍູ້ການເຈລະຈາຂີດຂັ້ນເຂດທະເລນອກອ່າວພາກເໜືອ ແລະປຶກສາຫາລືກ່ຽວກັບການຮ່ວມມືພ້ອມກັນພັດທະນາຢູ່ທະເລຕາເວັນອອກ ເພື່ອບັນລຸຄວາມຄືບໜ້າຖືກຕາມຂໍ້້ກຳນົດຂອງກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ເຊິ່ງສອງປະເທດລ້ວນແຕ່ເປັນສະມາຊິກ.

leftcenterrightdel
ການເຈລະຈາຮອບ XIII ໜ່ວຍປະຕິບັດງານກ່ຽວກັບເຂດທະເລນອກອ່າວພາກເໜືອ ແລະຮອບ X ໜ່ວຍປະຕິບັດງານປຶກສາຫາລືກ່ຽວກັບການຮ່ວມມືພ້ອມກັນພັດທະນາບົນທະເລ ຫວຽດນາມ-ຈີນ. ພາບ: tuoitre.vn.

ສອງຝ່າຍກໍ່ແລກປ່ຽນຢ່າງກົງໄປກົງມາກ່ຽວກັບສະພາບການທະເລຕາເວັນອອກໃນໄລຍະຜ່ານມາ, ເຫັນດີເປັນເອກະພາບເຄົາລົບຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດຢ່າງເຂັ້ມງວດ, ໃນນັ້ນມີຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳແກ້ໄຂບັນຫາບົນທະເລລະຫວ່າງຫວຽດນາມ ແລະຈີນ ແລະການຊີ້ນຳຂອງຫົວໜ້າຄະນະເຈລະຈາຂັ້ນລັດຖະບານກ່ຽວກັບຊາຍແດນ, ຜືນແຜ່ນດິນກ່ຽວກັບການແກ້ໄຂບັນດາຄວາມບໍ່ລົງລອຍກັນ, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຈັດຕັ້ງການເຈລະຈາຮອບ XIV ໜ່ວຍປະຕິບັດງານກ່ຽວກັບເຂດທະເລຢູ່ນອກອ່າວພາກເໜືອ ແລະຮອບ XI ໜ່ວຍປະຕິບັດງານປຶກສາຫາລືກ່ຽວກັບການຮ່ວມມືພ້ອມກັນພັດທະນາບົນທະເລຫວຽດນາມ - ຈີນ ໃນໄລຍະເໝາະສົມໂດຍສອງຝ່າຍຕົກລົງນຳກັນຜ່ານທາງການທູດ.

ໂດຍ: ແສງເດືອນ