leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: vov.vn.

ກ່ຽວຂ້ອງເຖິງຂ່າວຄາວທີ່ວ່າຈີນ ໄດ້ຈັດສົ່ງເຮືອບິນຖິ້ມລະເບີດໄປຍັງເກາະຝູເລິມ ຂຶ້ນກັບໝູ່ເກາະຮວ່າງຊາ ຂອງຫວຽດນາມ ເມື່ອຕົ້ນເດືອນນີ້, ທ່ານນາງ ເລທິທູຮັ່ງ ຢັ້ງຢືນວ່າ ນີ້ແມ່ນການເຄື່ອນໄຫວລ່ວງລະເມີດອະທິປະໄຕຂອງຫວຽດນາມ: “ຄືດັ່ງໄດ້ຢັ້ງຢືນມາເປັນຫຼາຍຄັ້ງແລ້ວ, ໝູ່ເກາະເຈື່ອງຊາ ແລະຮວ່າງຊາ ແມ່ນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຂອງຫວຽດນາມໄດ້. ຫວຽດນາມ ມີພະຍານຫຼັກຖານດ້ານນິຕິກໍາ ແລະປະຫວັດສາດຢ່າງຄົບຖ້ວນເພື່ອຢັ້ງຢືນອະທິປະໄຕຂອງຕົນສໍາລັບ 2 ໝູ່ເກາະດັ່ງກ່າວແມ່ນເໝາະສົມກັບກົດໝາຍສາກົນ. ເລື່ອງບັນດາຝ່າຍໄດ້ນໍາເອົາອາວຸດປະເພດຕ່າງໆ ກໍຄືເຮືອບິນສູ້ຮົບເຂົ້າໄປຍັງໝູ່ເກາະຮວ່າງຊາ, ບໍ່ພຽງແຕ່ເປັນການລະເມີດອະທິປະໄຕຂອງຫວຽດນາມ ເທົ່ານັ້ນ ຫາກຍັງເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ບັນດາຝ່າຍຕ້ອງມີການປະກອບສ່ວນຢ່າງມີຄວາມຮັບຜິດຊອບໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ທະເລຕາເວັນອອກ".

ກໍ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງກຳປັ່ນຕຳຫຼວດທະເລຂອງຈີນ ຢູ່ເຂດໃກ້ກັບໄຫຼ່ທະວີບຂອງຫວຽດນາມ ໃນໄລຍະຜ່ານມາ, ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ ຫວຽດນາມ ຈະປົກປ້ອງສິດ ແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງຫວຽດນາມ ຢູ່ທະເລຕາເວັນອອກ. ຕາມທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ແລ້ວ, ທຸກການເຄື່ອນໄຫວຂອງບັນດາຝ່າຍຕ້ອງປະຕິບັດຕາມກົດໝາຍສາກົນຢ່າງເຂັ້ມງວດ, ເຄົາລົບອະທິປະໄຕ, ສິດອະທິປະໄຕ ແລະສິດອຳນາດສານຂອງບັນດາປະເທດທີ່ມີສ່ວນກ່ຽວຂ້ອງຢູ່ບັນດາເຂດທະເລທີ່ໄດ້ກຳນົດຢ່າງເໝາະສົມກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ໂດຍ: ຈາງຫງວຽນ