ກົມກົງສູນ, ກະຊວງການຕ່າງປະເທດ ໄດ້ຕິດຕໍ່ພົວພັນກັບສະຖານທູດມາເລເຊຍ ປະຈໍາຮ່າໂນ້ຍ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບເຫດການຮ້າຍແຮງນີ້, ຮຽກຮ້ອງໃຫ້ຝ່າຍມາເລເຊຍ ຢັ້ງຢືນ, ສືບສວນເຮັດໃຫ້ຈະແຈ້ງເຫດການ, ຈັດການຢ່າງເຂັ້ມງວດເຈົ້າໜ້າທີ່ລັດຖະການທີ່ເຮັດໃຫ້ຊາວປະມົງຫວຽດນາມ ເສຍຊີວິດ, ປະພຶດກັບຊາວປະມົງ ແລະເຮືອຫາປາຫວຽດນາມແບບມະນຸດສະທໍາ. 

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ກະຊວງການຕ່າງປະເທດ ໄດ້ຊີ້ນໍາສະຖານທູດຫວຽດນາມ ປະຈໍາ ມາເລເຊຍ ສືບຕໍ່ເຮັດວຽກ ແລະຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງມາເລເຊຍ ສະໜອງຂໍ້ມູນຢ່າງລະອຽດກ່ຽວກັບເຫດການດັ່ງກ່າວ, ໄປຢ້ຽມຢາມຊາວປະມົງ ແລະດໍາເນີນບັນດາມາດຕະການປົກປ້ອງຊາວປະມົງຖືກເສຍຊີວິດ. ພ້ອມກັນນັ້ນ, ກະຊວງການຕ່າງປະເທດໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງພາຍໃນປະເທດຢັ້ງຢືນບັນດາຊາວປະມົງ ແລະຮັບເອົາຂໍ້ມູນຂ່າວກ່ຽວກັບເຫດການນີ້ຕື່ມອີກເພື່ອເປັນພື້ນຖານໃຫ້ແກ່ການຕໍ່ສູ້ກັບການກະທຳຜິດ ແລະດໍາເນີນບັນດາມາດຕະການປົກປ້ອງພົນລະເມືອງ, ປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງຊາວປະມົງຫວຽດນາມ.

ໂດຍ: ເກື່ອງດັ້ງ