ວັນທີ 1 ສິງຫາ, ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານ ເລຮວ່າຍຈູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ປະທານຄະນະກຳມະການປະສົມປັກຫຼັກໝາຍຊາຍແດນຫວຽດນາມ-ກໍາປູເຈຍ; ຄະນະຜູ້ແທນກໍາປູເຈຍ ນໍາໂດຍທ່ານ Var Kim Hong ລັດຖະມົນຕີອາວຸໂສ, ຮັບຜິດຊອບວຽກງານຊາຍແດນ, ປະທານຄະນະກຳມະການປະສົມປັກຫຼັກໝາຍຊາຍແດນກໍາປູເຈຍ-ຫວຽດນາມ ໄດ້ມີການພົບປະແລກປ່ຽນວຽກງານ ແລະມອບ-ຮັບແຜນທີ່ພູມີປະເທດຊາຍແດນຫວຽດນາມ-ກໍາປູເຈຍ ດ້ວຍມາດຕາສ່ວນ 1/25.000 ລະຫວ່າງຫວຽດນາມ ແລະກໍາປູເຈຍ ຢູ່ດ່ານສາກົນມົກບ່າຍ, ແຂວງໄຕນີງ.

leftcenterrightdel
ທ່ານ ເລຮວ່າຍຈູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍໄດ້ດໍາເນີນການກວດກາ, ກວດກາຄືນ ແລະເປັນເອກະພາບຕໍ່ແຜນທີ່ພູມີປະເທດຊາຍແດນທັງໝົດ 500 ຊຸດ, ໃນນັ້ນລວມມີ: 250 ຊຸດເປັນພາສາຫວຽດນາມ-ຂະແມ ແລະ 250 ຊຸດເປັນພາສາຂະແມ-ຫວຽດນາມ ເຊິ່ງໄດ້ມີລາຍເຊັນຂອງທຸກຂັ້ນທີ່ມີອຳນາດຂອງສອງປະເທດຢ່າງຄົບຖ້ວນ. ບົນພື້ນຖານການແລກປ່ຽນ ແລະເປັນເອກະພາບ, ຝ່າຍຫວຽດນາມໄດ້ມອບແຜນທີ່ຕົ້ນ 250 ຊຸດໃຫ້ຝ່າຍກໍາປູເຈຍ. ຝ່າຍຫວຽດນາມ ກໍ່ຮັກສາແຜນທີ່ 250 ຊຸດໄວ້.

ແຜນທີ່ພູມີປະເທດຊາຍແດນຫວຽດນາມ-ກໍາປູເຈຍ ດ້ວຍມາດຕາສ່ວນ 1/25.000 ສະແດງໃຫ້ເຫັນຜົນສຳເລັດຂອງການຂີດເສັ້ນຊາຍແດນປັກຫຼັກໝາຍຊາຍແດນ (ປະມານ 84%) ແລະແມ່ນສ່ວນເພີ່ມເຕີມທີ່ບໍ່ສາມາດຕັດແຍກອອກໄດ້ຂອງອະນຸສັນຍາວ່າດ້ວຍການປັກຫຼັກໝາຍຊາຍແດນຢູ່ເຂດດິນຕໍ່ແຜ່ນຫວຽດນາມ-ກໍາປູເຈຍ ເຊິ່ງສອງປະເທດໄດ້ລົງນາມໃນວັນທີ 5 ຕຸລາ 2019 ພ້ອມກັບສົນທິສັນຍາເພີ່ມເຕີມ ສົນທິສັນຍາວາງແຜນຊາຍແດນແຫ່ງຊາດ ປີ  1985 ແລະສົນທິສັນຍາເພີ່ມເຕີມ ປີ 2005.

ໂດຍ: ເຈິ່ນຮວ່ຽນ