leftcenterrightdel
ທ່ານພົນໂທ ເຈິ່ນກວາງເຟືອງ ກ່າວຄໍາເຫັນຊີ້ນໍາກອງປະຊຸມ. ພາບ:qdnd.vn.

ໃນໂອກາດນີ້, ຄະນະຊີ້ນໍາ “ກອງທຶນເພື່ອທະເລໝູູ່ເກາະຫວຽດນາມ” ໄດ້ປະກາດຂໍ້ຕົກລົງ, ມອບລາງວັນການປະກວດປະດິດຄິດສ້າງໂລໂກຂອງ “ກອງທຶນເພື່ອທະເລໝູູ່ເກາະຫວຽດນາມ”.

ທີ່ກອງປະຊຸມ, ທ່ານພົນໂທ ເຈິ່ນກວາງເຟືອງ ໄດ້ຮັບຮູ້, ຕີລາຄາສູງບັນດາຜົນງານໃນວຽກງານ ເຊິ່ງບັນດາອົງການ, ກົມກອງຊ່ວຍວຽກຂອງຄະນະຊີ້ນໍາ “ກອງທຶນເພື່ອທະເລໝູູ່ເກາະຫວຽດນາມ” ບັນລຸໄດ້ໃນໄລຍະຜ່ານມາ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ:qdnd.vn.

ຜ່ານກອງປະຊຸມໂຄສະນາກ່ຽວກັບທະເລໝູ່ເກາະ ແລະ “ກອງທຶນເພື່ອທະເລໝູູ່ເກາະຫວຽດນາມ”, ຖັນແຖວນັກປາຖະກະຖາ, ການນໍາ, ນັກຂ່າວພາຍໃນ ແລະນອກກອງທັບໄດ້ສະໜອງບັນດາຂໍ້ມູນກ່ຽວກັບສະພາບການຢູ່ທະເລ, ໝູ່ເກາະ, ໜ້າທີ່ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ ແລະການເຄື່ອນໄຫວຂອງ “ກອງທຶນເພື່ອທະເລໝູູ່ເກາະຫວຽດນາມ” ແນໃສ່ຍູ້ແຮງວຽກງານໂຄສະນາກ່ຽວກັບ “ກອງທຶນເພື່ອທະເລໝູູ່ເກາະຫວຽດນາມ” ແລະໜ້າທີ່ຮັກສາ, ປົກປັກຮັກສາອໍານາດອະທິປະໄຕທະເລໝູ່ເກາະຂອງຫວຽດນາມ ເຖິງປະຊາຊົນທຸກຊັ້ນຄົນໃນໄລຍະຈະມາເຖິງ.

ໂດຍ: ທູຈາງ