ຫວຽດນາມ ຊົມເຊີຍຫຼັກໝັ້ນຂອງບັນດາປະເທດກ່ຽວກັບບັນຫາທະເລຕາເວັນອອກແມ່ນສອດຄ່ອງກັບກົດໝາຍສາກົນ
    
    
    
        
            
ກປ.ອອນໄລ - ວັນທີ 15 ກໍລະກົດ, ໂດຍກ່ຽວຂ້ອງເຖິງຄໍາຖະແຫຼງຂອງທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດອາເມລິກາ ກ່ຽວກັບຫຼັກໝັ້ນຂອງອາເມລິກາ ຕໍ່ກັບການທວງເອົາສິດຢູ່ທະເລຕາເວັນອອກ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ:
        
        
        
            
	ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ທະເລຕາເວັນອອກແມ່ນຄວາມມຸ່ງມາດປາດຖະໜາ ແລະເປົ້າໝາຍລວມຂອງບັນດາປະເທດຢູ່ທະເລຕາເວັນອອກ, ພາກພື້ນ ແລະປະຊາຄົມສາກົນ. ເລື່ອງເຄົາລົບຄວາມເປັນລະບຽບຮຽບຮ້ອຍດ້ານນິຕິກໍາຢູ່ທະເລ ແລະປະຕິບັດສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ຢ່າງຄົບຖ້ວນ, ດ້ວຍເຈດຕະນາດີ ແລະມີຄວາມຮັບຜິດຊອບແມ່ນມີຄວາມໝາຍສໍາຄັນເພື່ອບັນລຸໄດ້ບັນດາເປົ້າໝາຍນັ້ນ.
	
		
			|     | 
		
			|  | 
		
			| ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ. | 
	
	ຫວຽດນາມ ຊົມເຊີຍຫຼັກໝັ້ນຂອງບັນດາປະເທດກ່ຽວກັບບັນຫາທະເລຕາເວັນອອກແມ່ນສອດຄ່ອງກັບກົດໝາຍສາກົນ ແລະແບ່ງປັນທັດສະນະ, ຄືໄດ້ຍົກອອກໃນຖະແຫຼງການທີ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ວ່າ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ແມ່ນຂອບນິຕິກໍາດັດປັບທຸກການເຄື່ອນໄຫວຢູ່ທະເລ ແລະມະຫາສະໝຸດ.
	ຫວຽດນາມ ຫວັງວ່າບັນດາປະເທດຈະມານະພະຍາຍາມປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ທະເລຕາເວັນອອກ ແລະແກ້ໄຂບັນດາການຂັດແຍ້ງກັນຜ່ານການເຈລະຈາພ້ອມກັບມາດຕະການແກ້ໄຂໂດຍສັນຕິວິທີອື່ນຕາມກົດໝາຍສາກົນເພື່ອຜົນປະໂຫຍດລວມ, ເໝາະສົມກັບຄວາມມຸ່ງມາດປາດຖະໜາຂອງບັນດາປະເທດໃນພາກພື້ນ ແລະປະຊາຄົມສາກົນ. ຫວຽດນາມ ຍາມໃດກໍ່ປະກອບສ່ວນເຂົ້າໃນວິວັດການນີ້ຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບ.
	ໂດຍ: ເຈິ່ນຮວ່ຽນ