ເສີມຂະຫຍາຍບົດບາດຂອງຊາວປະມົງ

ໃນຊຸມປີຜ່ານມາ, ຊາວປະມົງແຂວງກວ໋າງນາມ ຍາມໃດກໍ່ກຽມພ້ອມມີໜ້າ ແລະຮ່ວມເດີນທາງພ້ອມກັບທະຫານຊາຍແດນຢູ່ບັນດາຈຸດ “ຮ້ອນ” ບົນທະເລເພື່ອເຂົ້າຮ່ວມການປົກປັກຮັກສາອະທິປະໄຕ. ຊາວປະມົງ ຫວຽນເຕິ໊ນຫາຍ ແລະຊາວປະມົງ ຫງວຽນແມັ້ງ, ຢູ່ຕາແສງບີ່ງມີງ, ເມືອງທັງບີ່ງ, ແຂວງກວ໋າງນາມ ລ້ວນແຕ່ແບ່ງປັນກັບສື່ມວນຊົນກ່ຽວກັບຄວາມຮັບຜິດຊອບຂອງປະຊາຊົນໃນການອອກທະເລ, ທັງຫາປາ, ທັງເຂົ້າຮ່ວມການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ. ເຂົາເຈົ້າໃຫ້ຮູ້ວ່າ, ເມື່ອທະຫານຊາຍແດນຂົນຂວາຍຊາວປະມົງຕັ້ງໜ້າອອກແຮງງານຜະລິດບົນທະເລຕິດພັນກັບເຂົ້າຮ່ວມການປົກປັກຮັກສາອະທິປະ ໄຕທະເລ, ໝູ່ເກາະນັ້ນ, ຊາວປະມົງລ້ວນແຕ່ຕອບສະໜອງຢ່າງສຸດອົກສຸດໃຈ.

leftcenterrightdel
ພະນັກງານກອງບັນຊາການທະຫານຊາຍແດນແຂວງກວ໋າງນາມ ໂຄສະນາ, ຂົນຂວາຍຊາວປະມົງ ເຂົ້າຮ່ວມການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດ. ພາບ: bienphong.com.vn.

ເພື່ອໃຫ້ຊາວປະມົງມີສະຕິ, ຄວາມຮັບຜິດຊອບສູງໃນການເຂົ້າຮ່ວມການປົກປັກຮັກສາອະທິປະໄຕ, ໃນຊຸມປີຜ່ານມາ, ອົງຄະນະພັກກອງບັນຊາການທະຫານຊາຍແດນແຂວງກວ໋າງນາມ ຍາມໃດກໍ່ກໍານົດວ່າ, ການໂຄສະນາ, ສຶກສາອົບຮົມ, ຍົກສູງຄວາມຮັບຮູ້ໃຫ້ແກ່ຊາວປະມົງແມ່ນໜ້າທີ່ເປັນປະຈໍາ, ປະກອບສ່ວນປະຕິບັດຍຸດທະສາດທົ່ວປວງຊົນປ້ອງກັນຊາຍແດນດ້ວຍບັນດາການເຄື່ອນໄຫວລະອຽດໃຫ້ປະກົດຜົນເປັນຈິງ. ສະນັ້ນ, ຊາວປະມົງແຕ່ລະຄົນເມື່ອອອກທະເລຫາປາຍາມໃດກໍ່ມີຄວາມຮັບຜິດຊອບລາຍງານສະພາບການຕໍ່ກັບທະຫານຊາຍແດນ, ເມື່ອທະເລ, ໝູ່ເກາະມີການຜັນແປຢ່າງສັບສົນ, ຊາວປະມົງກໍ່ກຽມພ້ອມເດີນທາງປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕ.

ບັນດາຄ້າຍທະຫານຊາຍແດນໄດ້ສ້າງແຜນການຜັນຂະຫຍາຍມະຕິຂອງຄະນະພັກ ໂດຍຜ່ານບັນດາການເຄື່ອນໄຫວກູ້ໄພກູ້ຊີບ, ມອບທຸງຊາດໃຫ້ແກ່ຊາວປະມົງ, ສົມທົບກັບເນື້ອໃນໂຄສະນາ, ເຜີຍແຜ່ກ່ຽວກັບສະພາບອາກາດໃຫ້ແກ່ຊາວປະມົງຜ່ານລະບົບຂໍ້ມູນ Icom. ໃນ 5 ປີຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງກວ໋າງນາມ ໄດ້ຈັດສົ່ງພາຫະນະ 86 ເທື່ອ ດ້ວຍພະນັດງານ, ນັກຮົບ 492 ຄົນ, ລະດົມເຮືອຫາປາ 62 ເທື່ອຂອງຊາວປະມົງເຂົ້າຮ່ວມການຊອກຫາກູ້ໄພກູ້ຊີບຢູ່ທະເລ.

ຫວ່າງແລ້ວນີ້, ບັນດາການເຄື່ອນໄຫວມອບທຸງຊາດໃຫ້ແກ່ຊາວປະມົງໄດ້ປະກອບສ່ວນປຸກລຸກຄວາມຮັກທະເລ, ໝູ່ເກາະໃນໝູ່ຊາວປະມົງແຕ່ລະຄົນ. ທ່ານພັນເອກພິເສດ ວັນງອັກເກ໊ ຮອງຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງກວ໋າງນາມ ໃຫ້ຮູ້ວ່າ ການເຄື່ອນໄຫວມອບທຸງຊາດໃຫ້ແກ່ຊາວປະມົງຊ່ວຍໃຫ້ພໍ່ແມ່ປະຊາຊົນກໍາແໜ້ນ, ເຂົ້າໃຈແຈ້ງກວ່າກ່ຽວກັບອະທິປະໄຕຜືນແຜ່ນດິນ, ເຂດທະເລ, ໝູ່ເກາະຂອງຫວຽດນາມ; ສືບຕໍ່ໂຄສະນາໃຫ້ຊາວປະມົງຂຸດຄົ້ນສິນໃນນ້ຳ, ສິນທະເລຖືກຕ້ອງຕາມກົດໝາຍ, ບໍ່ລະເມີດອະທິປະໄຕເຂດທະເລຂອງປະເທດຕ່າງໆ. ຈາກນັ້ນ, ປຸກລຸກຈິດໃຈຮັກຊາດ, ຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ ແລະສະຕິຕໍ່ສູ້ປົກປັກຮັກສາອະທິປະໄຕຂອງປະເທດຊາດ.

ສ້າງທ່າຮົບທາງດ້ານຈິດໃຈຂອງປະຊາຊົນ

ໃນຊຸມປີຜ່ານມາ, ຄະນະພັກກອງບັນຊາການທະຫານຊາຍແດນແຂວງກວ໋າງນາມ ໄດ້ຮັບການຊີ້ນໍາຢ່າງໃກ້ຊິດຕິດແທດຈາກຄະນະພັກ, ກອງບັນຊາການທະຫານຊາຍແດນ ແລະຄະນະພັກແຂວງກວ໋າງນາມ ກ່ຽວກັບການສ້າງສາ ແລະປົກປັກຮັກສາຊາຍແດນສັນຕິພາບ, ມິດຕະພາບເປັນປະຈຳ; ລະດົມຊາວປະມົງເຂົ້າຮ່ວມການປົກປັກຮັກສາອະທິປະໄຕ, ເພີ່ມທະວີວຽກງານນໍາພະນັກງານລົງຕາແສງຊາຍແດນ...

ເພື່ອປະກອບສ່ວນສ້າງພື້ນຖານທົ່ວປວງຊົນປ້ອງກັນຊາຍແດນ, ອົງຄະນະພັກກອງບັນຊາການທະຫານຊາຍແດນແຂວງກວ໋າງນາມ ຍາມໃດກໍ່ເສີມຂະຫຍາຍພູມປັນຍາຂອງໝູ່ຄະນະ, ຍົກອອກບັນດາແຜນນະໂຍບາຍໃກ້ຊິດຕິດແທດ, ຖືກຕ້ອງ, ປະດິດສ້າງ, ທັນການ. ອາດສາມາດພິສູດໃຫ້ເຫັນຜ່ານບັນດາໂຄງການ, ຮູບແບບ ເຊິ່ງກໍາລັງທະຫານຊາຍແດນພວມປະຕິບັດ, ຄື: “ລູກລ້ຽງຄ້າຍທະຫານຊາຍແດນ”, “ຊ່ວຍນ້ອງໄປໂຮງຮຽນ”... 

ທ່ານພັນເອກພິເສດ ຮວ່າງວັນເໝິນ ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງກວ໋າງນາມ ໃຫ້ຮູ້ວ່າ ການຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ຮັກສາລະບຽບກົດໝາຍ, ດຳລົງຊີວິດເຕັມໄປດ້ວຍຄວາມຮັກ, ເຊີດຊູຄວາມຮັບຜິດຊອບ” ບໍ່ພຽງແຕ່ແຜ່ຂະຫຍາຍໃນບັນດາກົມກອງທະຫານຊາຍແດນແຂວງກວ໋າງນາມເທົ່ານັ້ນ ຫາກຍັງໄດ້ຮັບຄວາມຮູ້ຈັກຈາກປະຊາຄົມສັງຄົມອີກດ້ວຍ.

ໂດຍ: ເຈິ່ນຮວ່ຽນ