ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ເລແທັ່ງລອງ ໃຫ້ຮູ້ວ່າ ໜຶ່ງໃນບັນດາໝາກຜົນທີ່ໜ້າຮັບຮູ້ໃນວິວັດການຮ່ວມມືລະຫວ່າງສອງຝ່າຍແມ່ນໄດ້ເຫັນດີເປັນເອກະພາບສົມທົບກັນຈັດຕັ້ງກອງປະຊຸມຕຸລາການບັນດາແຂວງຕິດກັບຊາຍແດນຫວຽດນາມ-ກໍາປູເຈຍ ເພື່ອປຶກສາຫາລື, ສະເໜີບັນດາມາດຕະການແນໃສ່ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະຕຸລາການລະຫວ່າງບັນດາແຂວງຕິດກັບຊາຍແດນຫວຽດນາມ-ກໍາປູເຈຍ, ແບ່ງປັນບົດຮຽນປະຕິບັດວຽກງານຕຸລາການຢູ່ທ້ອງຖິ່ນ.

leftcenterrightdel
ທ່ານ ເລແທັ່ງລອງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ທູຮັ່ງ.

ໃນໄລຍະຜ່ານມາ, ກະຊວງຍຸຕິທໍາ ແລະບັນດາທ້ອງຖິ່ນຂອງຫວຽດນາມ ຢູ່ເຂດຊາຍແດນຕິດກັບກໍາປູເຈຍ ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງໃນການແນະນໍາ, ຈັດຕັ້ງຜັນຂະຫຍາຍວຽກງານໂຄສະນາເຜີຍແຜ່ກົດໝາຍ, ໜູນຊ່ວຍດ້ານນິຕິກໍາ, ໄກ່ເກ່ຍຢູ່ຂັ້ນຮາກຖານໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ, ໃນນັ້ນມີປະຊາຊົນກໍາປູເຈຍ. ຄຽງຂ້າງບັນດາໝາກຜົນຢ່າງຕັ້ງໜ້າ, ການພົວພັນຮ່ວມມືດ້ານກົດໝາຍ ແລະຕຸລາການກໍ່ຄືການສົມທົບກັນລະຫວ່າງກະຊວງ, ຂະແໜງຕຸລາການຂອງສອງປະເທດໃນການຜັນຂະຫຍາຍປະຕິບັດໜ້າທີ່ທີ່ຍັງມີຂໍ້ຄົງຄ້າງ, ຂໍ້ຈໍາກັດ, ບໍ່ສົມກັບຄວາມຕ້ອງການ, ຄວາມສາມາດບົ່ມຊ້ອນ ແລະການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດຫວຽດນາມ-ກໍາປູເຈຍ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ທູຮັ່ງ.

ທີ່ກອງປະຊຸມ, ທ່ານ Ang Vong Vathana ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນກອງປະຊຸມຕຸລາການບັນດາແຂວງຕິດກັບຊາຍແດນຫວຽດນາມ-ກໍາປູເຈຍ ຄັ້ງທີ 1 ເຊິ່ງຈັດຕັ້ງຢູ່ແຂວງໄຕນີງ (ຫວຽດນາມ); ຫວຽດນາມ ແລະກໍາປູເຈຍ ຖືວ່າໃນຊຸມປີມໍ່ໆມານີ້ ການພົວພັນຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ, ພິເສດແມ່ນຂົງເຂດຕຸລາການບັນລຸໄດ້ຜົນງານສໍາຄັນຫຼາຍຢ່າງ, ປະກອບສ່ວນປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພລະຫວ່າງບັນດາແຂວງຕິດກັບຊາຍແດນຫວຽດນາມ-ກໍາປູເຈຍ.

ໂດຍ: ທະນາພອນ