ກ່າວຄໍາເຫັນທີ່ພິທີໄຂ, ທ່ານນາງ ເລທິຕວຽດມາຍ, ຫົວໜ້າກົມກົດໝາຍ ແລະສົນທິສັນຍາສາກົນ; ທ່ານນາງ Deborah Paul, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງການາດາ ປະຈຳ ຫວຽດນາມ ແລະທ່ານ Giorgo Aloberti ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ຫວຽດນາມ, ໄດ້ຢັ້ງຢືນເຖິງບົດບາດສຳຄັນຂອງ UNCLOS 1982 ໃນການຄຸ້ມຄອງການເຄື່ອນໄຫວຂອງບັນດາປະເທດຢູ່ທະເລໃນຕະຫຼອດໄລຍະ 25 ປີທີ່ຜ່ານມາ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ຈູງຮ່ຽວ.

ເປົ້າໝາຍຕົ້ນຕໍຂອງກອງປະຊຸມສຳມະນາແມ່ນແນໃສ່ສ້າງເວທີປາໄສ ເພື່ອໃຫ້ບັນດາຊ່ຽວຊານ, ນັກຮຽນຮູ້ ແລະເຈົ້າໜ້າທີ່ບັນດາປະເທດສະມາຊິກ ARF ແລກປ່ຽນກ່ຽວກັບບັນດາວິທີການໝູນໃຊ້ບັນດາເອກະສານນິຕິກຳສາກົນກ່ຽວກັບທະເລຢ່າງມີປະສິດທິຜົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍໃນການຄຸ້ມຄອງທະເລໃນປະຈຸບັນ, ປະກອບສ່ວນຍົກສູງຄວາມຮັບຮູ້ກ່ຽວກັບບັນດາສິ່ງທ້າທາຍເຖິງຄວາມໝັ້ນຄົງຢູ່ທະເລທີ່ພວມປະກົດຂຶ້ນ; ແບ່ງປັນຄວາມຮັບຮູ້ ແລະບົດຮຽນຕົວຈິງ, ກໍານົດກາລະໂອກາດ, ວິທີການຊຸກຍູ້ການຮ່ວມມືກ່ຽວກັບທະເລລະຫວ່າງບັນດາປະເທດສະມາຊິກ ARF.

ໂດຍ: ກວຽດເຕິມ