ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາງ ເຈືອງໝີຮວາ, ອະດີດຮອງປະທານປະເທດ, ປະທານກອງທຶນສຶກສາວື່ອາຢີ໊ງ, ປະທານສະໂມສອນ “ເພື່ອຮວ່າງຊາ-ເຈື່ອງຊາທີ່ຮັກແພງ” ໃຫ້ຮູ້ວ່າ: ພາຍຫຼັງ 5 ປີແຫ່ງວັນສ້າງຕັ້ງ ແລະເຄື່ອນໄຫວ, ສະໂມສອນ “ເພື່ອຮວ່າງຊາ-ເຈື່ອງຊາທີ່ຮັກແພງ” ມີການເຕີບໃຫຍ່ເຂັ້ມແຂງ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ບັນດາລາຍການ, ກິດຈະກໍາຂອງສະໂມສອນໄດ້ຮັບການຈັດຕັ້ງດ້ວຍຫຼາຍຮູບຫຼາຍແບບ, ອຸດົມສົມບູນ, ປະດິດຄິດສ້າງ, ປະກອບສ່ວນປະຕິບັດວຽກງານແນວຫຼັງກອງທັບເປັນຢ່າງດີ ແລະຮັກສາທ່າສະໜາມຮົບທາງດ້ານຈິດໃຈປະຊາຊົນໄວ້ໃຫ້ໝັ້ນຄົງ.

leftcenterrightdel
ທ່ານນາງ ເຈືອງໝີຮວາ, ອະດີດຮອງປະທານປະເທດ, ປະທານກອງທຶນສຶກສາວື່ອາຢີ໊ງ, ປະທານສະໂມສອນ “ເພື່ອຮວ່າງຊາ-ເຈື່ອງຊາທີ່ຮັກແພງ” ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ. ພາບ: tienphong.vn.

ສະໂມສອນໄດ້ຮັບການສະໜັບສະໜູນບໍລິຈາກເງິນຈາກບັນດາໝູ່ຄະນະ ແລະບຸກຄົນໄດ້ຫຼາຍກວ່າ 90 ຕື້ດົ່ງ, ສ້າງເງື່ອນໄຂໃຫ້ແກ່ສະມາຊິກຫຼັກແຫຼ່ງ 235 ຄົນໄປຢ້ຽມຢາມ, ມອບຂອງຂວັນຢູ່ໝູ່ເກາະເຈື່ອງຊາ ແລະຮ້ານເວນຍາມ DK; ຢ້ຽມຢາມ ແລະລະດົມກໍາລັງໃຈບັນດາຄອບຄົວພະນັກງານ, ນັກຮົບທີ່ເສຍສະຫຼະຊີວິດຢູ່ເກາະກາກມາ ແລະຮ້ານເວນຍາມ DK...

ເນື່ອງໃນໂອກາດສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງ, ສະໂມສອນ “ເພື່ອຮວ່າງຊາ-ເຈື່ອງຊາທີ່ຮັກແພງ” ໄດ້ສົມທົບກັບກອງທຶນສຶກສາວື່ອາຢີ໊ງ, ສະມາຄົມເພື່ອນຮ່ວມກອງສູນກາງ ແລະໜັງສືພິມທ໊ຽວນຽນຕ່ຽນຟອງ ປຸກລະດົມການແຂ່ງຂັນ “ຂຽນ, ແຕ້ມຮູບກ່ຽວກັບທະເລ, ໝູ່ເກາະປະເທດຊາດຂອງນ້ອງ” ສໍາລັບນັກຮຽນ ແລະບັນດາໂຮງຮຽນໃນທົ່ວປະເທດ.

ໂດຍ: ທະນາພອນ