ບົດບັນລະຍາຍຂອງບັນດາຜູ້ແທນສະແດງໃຫ້ເຫັນວ່າ, ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ແມ່ນໂຄງສ້າງພູມສາດຍຸດທະສາດພວມໄດ້ເປັນຮູບເປັນຮ່າງ, ເຊື່ອມຕໍ່ຢ່າງແໜ້ນແຟ້ນກ່ຽວກັບປະຫວັດສາດ, ທຳມະຊາດ ແລະເສດຖະກິດ, ການເມືອງ, ສັງຄົມ. ໃນສະພາບການໃໝ່, ພາກພື້ນແບ່ງປັນບັນດາຜົນປະໂຫຍດລວມກ່ຽວກັບຄວາມໝັ້ນຄົງ, ການເຊື່ອມຕໍ່ເສດຖະກິດ, ການຄ້າ, ການພັດທະນາ. ບັນດາຜູ້ແທນເນັ້ນໜັກວ່າ, ພາກພື້ນຄວນເຄົາລົບກົດໝາຍ, ຍົກສູງບັນດາຄຸນຄ່າເສລີ, ເປີດກວ້າງ, ເຊື່ອມຕໍ່ ແລະການຮ່ວມມືຫຼາຍດ້ານ, ກະຈ່າງແຈ້ງ ແລະຄວາມດຸນດ່ຽງ. ການຮ່ວມມືໃນພາກພື້ນຄວນໄດ້ຮັບການຊຸກຍູ້ຜ່ານການພົວພັນສອງຝ່າຍ, ຫຼາຍຝ່າຍ, ພິເສດແມ່ນບັນດາກົນໄກຂອງອາຊຽນ. ບັນດາຜູ້ແທນໃຫ້ຂໍ້ສັງເກດວ່າປະເທດຕ່າງໆຍັງຫຼາຍກາລະໂອກາດຮ່ວມມືຢູ່ທະເລຕາເວັນອອກ ແລະບັນດາເຂດທະເລທີ່ກວ້າງໃຫຍ່ກວ່າ, ແຕ່ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການຂັດແຍ້ງກັນຢູ່ທະເລ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີປິດ, ຮ.ສຈ, ປອ ຫງວຽນຫວູຕູ່ງ ຜູ້ອໍານວຍການສະຖາບັນການຕ່າງປະເທດ ເນັ້ນໜັກເຖິງຄວາມຈຳເປັນຂອງເລື່ອງສ້າງຄວາມເປັນລະບຽບຮຽບຮ້ອຍພາກພື້ນອີງໃສ່ບົນລະບຽບກົດໝາຍ, ຄວາມສໍາຄັນຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS)  ປີ 1982, ບົດບາດຂອງລັດທິຫຼາຍຝ່າຍ, ໃນນັ້ນມີບົດບາດໃຈກາງຂອງອາຊຽນ ໃນສະພາບການແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ພວມເພີ່ມຂຶ້ນ.

ໂດຍ: ເຈິ່ນຮວ່ຽນ